ກ່ອນໜ້ານັ້ນ, ຕາມຂໍ້ມູນຈາກທ່ານ ຈໍ່ວາ, ປະຊາຊົນຢູ່ບ້ານແທ່ນພູນ, ເມືອງຄູນ, ແຂວງຊຽງຂວາງ, ສປປ ລາວ: ຢູ່ເຂດພູຜາແດງ, ບ້ານແທ່ນພູນ, ເມືອງຄູນ ມີສຸສານແຫ່ງໜຶ່ງທີ່ຝັງສົບ 11 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ. ຈາກຂໍ້ມູນດັ່ງກ່າວ, ວັນທີ 24 ມັງກອນ 2021, ກອງທ້ອນໂຮມອັດຖິກອງບັນຊາການທະຫານແຂວງເງະອານ ໄດ້ແຕ່ງຕັ້ງໜ່ວຍໜຶ່ງລວມມີ 5 ສະຫາຍ ນໍາໂດຍທ່ານພັນຕີ ເລວັນດຶກ ພ້ອມຄະນະດໍາເນີນການສໍາຫຼວດ ຢູ່ເຂດພູຜາແດງ.

leftcenterrightdel
ຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດ ຫງວຽນຫງອັກເກວ໊ ເຊິ່ງຕໍາຫຼວດແຂວງເງະອານ ເອົາມາຈາກຫຼອດແກ້ວທີ່ຝັງພ້ອມກັບອັດຖິ. ພາບ: ຮຸຍເກື່ອງ.

ຮອດວັດທີ 5 ກຸມພາ 2021, ຄົ້ນພົບໄດ້ 8 ຂຸມຝັງສົບທີ່ບັນທຶກຂໍ້ມູນເທິງແຜ່ນສີລາດ້ວຍອາລູມີນຽມ, ໃນນັ້ນ 5 ຂຸມຝັງສົບທີ່ຂຽນຊື່ ແລະນາມສະກຸນ, ຊັ້ນ, ຕໍາແໜ່ງ, ບ້ານເກີດ ແລະ 3 ຂຸມຝັງສົບ ພຽງແຕ່ມີຊື່ ແລະນາມສະກຸນເທົ່ານັ້ນ. ລະອຽດຄື:

1. ນັກຮົບເສຍສະຫຼະຊີວິດ ລຶວດັກເຮືອງ, ເກີດປີ 1940; ບ້ານເກີດ: ຫງອກຫາຍ, ໂດ່ເຊີນ, ຫາຍຟ່ອງ; ເສຍສະຫຼະຊີວິດ: 31-12-1969; ກົມກອງ: c13.

2. ນັກຮົບເສຍສະຫຼະຊີວິດ ຫງວຽນ V ເຊີນ, ເກີດປີ 1949; ບ້ານເກີດ: ຕາແສງ ທ໊ານອານ, ທ໊າຍນິງ, ທ໊າຍບິ່ງ; ເສຍສະຫຼະຊີວິດ: 31-12-1969; ກົມກອງ: d, b7, e3.

3. ນັກຮົບເສຍສະຫຼະຊີວິດ ດັ້ງຮຸຍຮວ່າ, ເກີດປີ 1942; ບ້ານເກີດ: ໂກ້ງ ຮວ່າ, ນາມແຊັກ, ຫາຍຮືງ; ເສຍສະຫຼະຊີວິດ: 31-12-1969; ກົມກອງ: c1, d7, e3.

4. ນັກຮົບເສຍສະຫຼະຊີວິດ ເລບ໊າທາວ, ເກີດປີ 1949; ບ້ານເກີດ: ຮຸ່ງທັ໊ງ, ຕຽນລ໊າງ, ຫາຍຟ່ອງ; ເສຍສະຫຼະຊີວິດ: 31-12-1969; ກົມກອງ: c1, d7, e3.

5. ນັກຮົບເສຍສະຫຼະຊີວິດ ຫວູດຶກຮວານ, ເກີດປີ 1942; ບ້ານເກີດ: ທ໊າຍແທ່ງ, ທ໊ານນິງ, ທ໊ານບິ່ງ; ເສຍສະຫຼະຊີວິດ: 31-12-1969; ກົມກອງ: c1, d7, e3. 

6. ນັກຮົບເສຍສະຫຼະຊີວິດ ເລວັນເວືອນ (ບໍ່ມີຂໍ້ມູນ).

7. ນັກຮົບເສຍສະຫຼະຊີວິດ ຟານ V ເຟິ໊ດ (ບໍ່ມີຂໍ້ມູນ).

8. ນັກຮົບເສຍສະຫຼະຊີວິດ ຟານແທງລວານ (ບໍ່ມີຂໍ້ມູນ).

ປັດຈຸບັນ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດແຂວງເງະອານ ກໍາລັງລາຍງານຕໍ່ຂັ້ນເທິງ, ສືບຕໍ່ເປີດກວ້າງຂອບເຂດສໍາຫຼວດ. ຄາດວ່າພາຍຫຼັງບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ຈະຈັດຕັ້ງການທ້ອນໂຮມ.

ກ່ອນໜ້ານັ້ນ, ວັນທີ 4 ມັງກອນ 2021, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດແຂວງເງະອານ ໄດ້ທ້ອນໂຮມ 1 ອັດຖິຢູ່ບ້ານລ໊ອງໄກ, ເມືອງຄໍາ, ແຂວງຊຽງຂວາງ. ໃນນັ້ນ, ມີເກີບຜ້າ, ດຸມເສື້ອທະຫານຫວຽດນາມ, ຜ້າຫົ່ມທະຫານ ແລະ bixilin ຫຼອດໜຶ່ງ. ກອງທ້ອນໂຮມອັດຖິ ໄດ້ສົ່ງໃຫ້ຕໍາຫຼວດແຂວງເງະອານ ເພື່ອດໍາເນີນການສັນລະສູດ.

ຜົນການສັນລະສູດຈາກຕໍາຫຼວດແຂວງເງະອານ ໃຫ້ຮູ້ວ່າ, ຂໍ້ມູນທີ່ຂຽນໃສ່ເຈ້ຍໃນຫຼອດ bixilin ແມ່ນນັກຮົບເສຍສະຫຼະຊີວິດ ຫງວຽນຫງອັກເກວ໊, ເກີດປີ 1948; ບ້ານເກີດ: ບ້ານດົງຟອງ, ຕາແສງ ບິ່ງລ໊າງ, ເມືອງ ຕື໊ກີ່, ແຂວງຫາຍຮຶງ. ເຂົ້າເປັນທະຫານເດືອນ 9-1965; ຊັ້ນ: ສິບຕີ; ຕຳແໜ່ງ: ນັກຮົບ; ກົມກອງ: c4, d45, e5, ທະຫານເຂດໄຕບັ໊ກ. ເສຍສະຫຼະຊີວິດໃນວັນທີ 5 ພະຈິກ 1969. ພໍ່ແມ່ນ ຫງວຽນຫງັອກຊຸງ, ແມ່ແມ່ນ ເຈິ່ນທິຢ່າງ. ປັດຈຸບັນ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດແຂວງເງະອານ ໄດ້ສົ່ງອັດຖິນັກຮົບເສຍສະຫຼະຊີວິດ ຫງວຽນຫງອັກເກວ໊ ມາວາງຢູ່ເທດສະບານໂພນສະຫວັນ, ແຂວງຊຽງຂວາງ ແລະໄດ້ຕິດຕໍ່ພົວພັນກັບຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດແລ້ວ.

ໂດຍ: ໄຊຊະນະ