13 ອັດຖິດັ່ງກ່າວ ໂດຍກອງທ້ອນໂຮມອັດຖິທະຫານອາສາສະໝັກ ທະຫານເຂດ 2 ຊອກຫາ, ທ້ອນໂຮມ ດ້ວຍການຊ່ວຍເຫຼືອ, ອຳນວຍຄວາມສະດວກຂອງອໍານາດການປົກຄອງ  ແລະປະຊາຊົນບັນດາແຂວງພາກເໜືອຂອງລາວ.

leftcenterrightdel
ຜູ້ຕາງໜ້າຄະນະຊີ້ນໍາ 515 ທະຫານເຂດ 2 ແລະການນໍາແຂວງດ້ຽນບຽນ ນໍາສົ່ງອັດຖິນັກຮົບເສຍສະຫຼະຊີວິດ ກັບຄືນສູ່ສະຖານທີ່ປົງສົບ. ພາບ: ຟ້າມກຽນ.

ກ່າວຄໍາເຫັນທີ່ພິທີ, ທ່ານ ວື່ອາບັ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ເນັ້ນໜັກວ່າ: ໃນຊຸມປີເດືອນຕໍ່ສູ້ຢູ່ປະເທດເພື່ອນມິດລາວ, ບັນດາທະຫານອາສາສະໝັກຫວຽດນາມ ໄດ້ເສີມຂະຫຍາຍມູນເຊື້ອອົງອາດກ້າແກ່ນບໍ່ຍອມຈຳນົນຂອງຊາດ, ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ຂອງສອງຊາດ, ເພື່ອນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ. ການອຸທິດສ່ວນ, ເສຍສະຫຼະຊີວິດດັ່ງກ່າວເປັນສັນຍາລັກທີ່ໂປ່ງໃສຂອງລັດທິວິລະຊົນປະຕິວັດ ແລະຄວາມມຸ່ງຫວັງຍາດເອົາເອກະລາດ, ເສລີພາບ ແລະຄວາມຜາສຸກໃຫ້ແກ່ສອງຊາດຫວຽດນາມ-ລາວ.

leftcenterrightdel
ບັນດານັກຮົບ ໄຕ້ທູບທຽນໄວ້ອາໄລບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດ. ພາບ: ຟ້າມກຽນ.

ພາຍຫຼັງພິທີປົງສົບ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ ພ້ອມດ້ວຍປະຊາຊົນເປັນຈໍານວນຫຼວງຫຼາຍ ໄດ້ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນຕໍ່ດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດ.

ໂດຍ: ທູຈາງ