ຫວ່າງແລ້ວນີ້, ກອງ 584, ກອງບັນຊາການທະຫານແຂວງກວາງຈິ້ ສືບຕໍ່ຂຸດຄົ້ນ, ທ້ອນໂຮມຕື່ມອີກ 5 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ພ້ອມກັບວັດຖຸຕ່າງໆ, ຄື: ກະດຸມ, ເກີບ, ສາຍແອວ... ພິເສດ, ໃນນັ້ນມີອາລູມີນຽມ 1 ປ່ຽງທີ່ຄວັດຊື່ ຫງວຽນດ່ິງເຟີ໊ມ, ລະຫັດ R 2/5 ແລະ 1 ອັດຖິທີ່ໄດ້ຫໍ່ພ້ອມກັບຫວີອາລູມີນຽມທີ່ຄວັດຕົວໜັງສື “S”. ໂດຍອີງໃສ່ວັດຖຸທີ່ຊອກເຫັນໄດ້, ສາມາດກຳນົດໄດ້ວ່າ, ບັນດານັກຮົບທີ່ເສຍສະຫຼະຊີວິດນັ້ນແມ່ນທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ໃນປາງສົງຄາມຢູ່ລາວ.

leftcenterrightdel
ວັດຖຸຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໂດຍກອງ 584, ກອງບັນຊາການທະຫານແຂວງກວາງຈິ້ ທ້ອນໂຮມ. ພາບ: qdnd.vn.

ສະນັ້ນ, ໄລ່ມາຮອດປະຈຸບັນ, ຢູ່ເຂດດັ່ງກ່າວ, ກອງ 584, ກອງບັນຊາການທະຫານແຂວງກວາງຈິ໊ ໄດ້ສໍາຫຼວດ, ຊອກເຫັນໄດ້ 7 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ໃນນັ້ນມີ 3 ອັດຖິກຳນົດຊື່ ແລະນາມສະກຸນແລ້ວ). ບັນດາກົມກອງກອງບັນຊາການທະຫານແຂວງກວາງຈິ໊ ໄດ້ສົມທົບກັນ, ດໍາເນີນການສົມທຽບຂໍ້ມູນຕ່າງໆໃນວັດຖຸທີ່ຊອກຫາໄດ້ເພື່ອກໍານົດຊື່ ແລະນາມສະກຸນ, ບ້ານເກີດ ແລະກົມກອງຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ກອງ 584, ກອງບັນຊາການທະຫານແຂວງ ຍັງສືບຕໍ່ເປີດກວ້າງການຊອກຫາບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນນີ້.

ໂດຍ: ເກື່ອງດັ້ງ