ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ
ກປ.ອອນໄລ - ຕອນບ່າຍວັນທີ 26 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ສະຫາຍ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທີ່ການພົບປະ, ສະຫາຍ ເຈິ່ນແທັງເໝິ້ນ ເນັ້ນໜັກວ່າໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ບົດບາດຂອງສະພາແຫ່ງຊາດ ນັບມື້ນັບໄດ້ຮັບການຢືນຢັນໃນການຫັນເປັນລະບອບລະບຽບການແນວທາງຂອງພັກ ເປັນກົດໝາຍ, ຕິດຕາມກວດກາສູງສຸດ ແລະຕັດສິນບັນຫາສຳຄັນຂອງປະເທດ, ຕາງໜ້າໃຫ້ເຈດຈໍານົງ ແລະສິດເປັນເຈົ້າຂອງປະຊາຊົນ.
ສະຫາຍປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຢືນຢັນວ່າ ການພົວພັນ ຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະໄດ້ຍົກສູງຂຶ້ນເປັນລະດັບຫຸ້ນສ່ວນຍຸດທະສາດ, ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຍາວນານ, ເປັນຊັບສົມບັດອັນລ້ຳຄ່າ ແລະແຫຼ່ງກຳລັງແຮງອັນໃຫຍ່ຫຼວງຂອງສອງຊາດ. ບົນເນື້ອໃນຈິດໃຈນັ້ນ, ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ປະກອບສ່ວນນຳການພົວພັນຮ່ວມມືດ້ານລັດຖະສະພາ ແລະການພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນກວ່າໃນໄລຍະໃໝ່.
    |
 |
|
ສະຫາຍ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ ແລະສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn |
ສະຫາຍ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບສູງຕໍ່ການແລກປ່ຽນ, ຂໍ້ສະເໜີຂອງສະຫາຍ ເຈິ່ນແທັງເໝິ້ນ ກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ສະແດງຄວາມປາດຖະໜາວ່າ ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ຍູ້ແຮງການຮ່ວມມື, ແລກປ່ຽນປະສົບການໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາສູງສຸດ, ພິເສດແມ່ນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືດ້ານເສດຖະກິດສອງຝ່າຍ, ເພີ່ມທະວີການສົມທົບກັນ ແນໃສ່ຜັນຂະຫຍາຍມະຕິຂອງສອງພັກຢ່າງມີປະສິດທິຜົນ, ນຳການພົວພັນຮ່ວມມືລັດຖະສະພາ ຫວຽດນາມ-ລາວ ພັດທະນາໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງກວ່າອີກ; ຢືນຢັນວ່າ ສະພາແຫ່ງຊາດລາວ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການແລກປ່ຽນປະສົບການ, ຍົກສູງປະສິດທິຜົນການເຄື່ອນໄຫວລັດຖະສະພາ ແລະເພີ່ມທະວີການຕິດຕາມກວດກາປະຕິບັດຂໍ້ຕົກລົງຮ່ວມມືຂັ້ນສູງທີ່ໄດ້ລົງນາມ.
ໂດຍ: ເຈິ່ນຮວ່ຽນ