ຕາມແຜນການ, ຄະນະຈະເຂົ້າຢ້ຽມຂໍ່ານັບການນຳກອງບັນຊາການກອງເຮືອຮົບຕາເວັນຕົກ ແລະກອງບັນຊາການຖານທັບເຮືອ Lumut, ທະຫານເຮືອມາເລເຊຍ; ຈັດງານລ້ຽງຕ້ອນຮັບເທິງກໍາປັ່ນ 17; ແຂ່ງຂັນກິລາມິດຕະພາບ ແລະຢ້ຽມຊົມສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຈໍານວນໜຶ່ງທີ່ປະເທດມາເລເຊຍ.

leftcenterrightdel
ຄະນະປະຕິບັດງານ ຖະຫວາຍທູບທຽນທີ່ອະນຸສາວະລີ ຮຶງດ້າວ ເຈົ້າກະສັດ ເຈິ່ນກວກຕ໊ວນ. ພາບ: qdnd.vn

ເຂົ້າຮ່ວມການຝຶກຊ້ອມ MILAN 2026 ທີ່ນະຄອນ Visakhapatnam (ອິນເດຍ), ກຳປັ່ນ 17 ພ້ອມດ້ວຍຄະນະ ຈະເຂົ້າຮ່ວມກິດຈະກຳຕ່າງໆເຊັ່ນ: ການສວນສະໜາມກໍາປັ່ນສາກົນ, ການພົບປະແລກປ່ຽນວັດທະນະທຳ, ພິທີເປີດການຝຶກຊ້ອມ MILAN 2026, ກອງປະຊຸມສໍາມະນາການເດີນທະເລສາກົນ, ກອງປະຊຸມສໍາມະນາການວາງແຜນເດີນທະເລ, ການແລກປ່ຽນວິຊາສະເພາະ, ການສວນສະໜາມຕາມທ້ອງຖະໜົນ ແລະຝຶກຊ້ອມຍິງລູກປືນແທ້ໃນທະເລ.

leftcenterrightdel

ທະຫານເຮືອເຂດ 2 ຈັດກອງປະຊຸມຊາບຊຶມ, ມອບໜ້າທີ່ການທູດປ້ອງກັນຊາດ. ພາບ: qdnd.vn

ກ່ອນໜ້ານັ້ນ, ທະຫານເຮືອເຂດ 2 ໄດ້ຈັດກອງປະຊຸມເພື່ອຊາບຊຶມ ແລະມອບໜ້າທີ່ໃນການເຂົ້າຮ່ວມການຝຶກຊ້ອມ MILAN 2026 ທີ່ອິນເດຍ, ສົມທົບກັບການຢ້ຽມຢາມມິດຕະພາບທີ່ປະເທດມາເລເຊຍ. ທີ່ກອງປະຊຸມ, ຜູ້ຕາງໜ້າອົງການທີ່ກ່ຽວຂ້ອງຂອງເຫຼົ່າທັບເຮືອ ແລະທະຫານເຮືອເຂດ 2 ໄດ້ເຜີຍແຜ່ຂໍ້ກໍານົດກ່ຽວກັບວຽກງານການທູດປ້ອງກັນຊາດ, ວຽກງານຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່. ກຳປັ່ນ 17 ໄດ້ເປັນເຈົ້າການປະຕິບັດວຽກງານກະກຽມໃນທຸກດ້ານເປັນຢ່າງດີ, ກຽມຄວາມພ້ອມໃຫ້ແກ່ການເດີນທາງ.

leftcenterrightdel
 
leftcenterrightdel
ການນໍາກອງພົນນ້ອຍ 171 ມອບຊໍ່ດອກໄມ້ໃຫ້ພະນັກງານ, ນັກຮົບກໍາປັ່ນ 17 ແລະຄະນະ. ພາບ: qdnd.vn
leftcenterrightdel
ກໍາປັ່ນ 17 ພ້ອມດ້ວຍຄະນະ ອໍາລາກໍາປັ່ນ, ເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn

ການເຂົ້າຮ່ວມການຝຶກຊ້ອມ MILAN ທີ່ປະເທດອິນເດຍ ແລະບັນດາກິດຈະກຳພົບປະຢ້ຽມຢາມກັບທະຫານເຮືອມາເລເຊຍ ເພື່ອແນໃສ່ສືບຕໍ່ຍົກສູງຄວາມສາມາດປະສານສົມທົບໃນການຮັບມືກັບສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງທາງທະເລ, ພ້ອມທັງເພີ່ມທະວີການພົວພັນ, ຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອບັນດາປະເທດ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ