ພາຍຫຼັງພົບເຫັນອັດຖິ, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ ພ້ອມກັບວັດຖຸຕ່າງໆຄື: ກະດຸມ, ເກີບ, ເງິນອັດ... ພິເສດ, ໃນນັ້ນມີອາລູມີນຽມ 2 ປ່ຽງທີ່ຄວັດຊື່ ແລະນາມສະກຸນຢ່າງຄົບຖ້ວນ, ຄື: ຫວຽນວັນຊາ, ກົດລັບ R 5/2 ແລະຫງວຽນຮື໊ວດ້າວ, ກົດລັບ R 5/2. ອີງຕາມວັດຖຸທີ່ຊອກເຫັນ, ສາມາດກຳນົດໄດ້ວ່າບັນດານັກຮົບເສຍສະລະຊີວິດແມ່ນທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານອາເມລິກາ ຢູ່ປະເທດລາວ.

leftcenterrightdel
ອາລູມີນຽມ 2 ປ່ຽງທີ່ຄວັດຊື່ ແລະນາມສະກຸນນັກຮົບເສຍສະຫຼະຊີວິດຢ່າງຄົບຖ້ວນ. ພາບ: qdnd.vn.

ມາຮອດປັດຈຸບັນ, 2 ອັດຖິດັ່ງກ່າວໄດ້ຮັບການຮັກສາ, ເບິ່ງແຍງດູແລຢ່າງຮອບຄອບຖີ່ຖ້ວນ, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ພວມມານະພະຍາຍາມລະດົມກໍາລັງ, ເປີດກວ້າງເຂດຊອກຫາ.

ໂດຍ: ທູຈາງ