ຜ່ານຜ່າຄວາມຫຍຸ້ງຍາກໄປຊອກຫາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ

ໃນຊຸມປີຜ່ານມາ, ວຽກງານຊອກຫາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳ, ນຳພາຈາກພັກ, ລັດ, ຄະນະຊີ້ນຳ 515 ທຸກຂັ້ນ, ຄະນະພັກ, ອຳນາດການປົກຄອງບັນດາທ້ອງຖິ່ນ ແລະການຊີ້ນຳ, ນຳພາຂອງບັນດາອົງການ, ກົມກອງໃນກອງທັບ; ຄວາມເຫັນດີເຫັນພ້ອມຂອງທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນທຸກຊັ້ນວັນນະ. ຜ່ານນັ້ນ, ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ, ມີລວງເລິກ. ປີ 2020, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນຮ່ວມມືສາກົນກັບບັນດາປະເທດ, ບັນດາອົງການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງໃນວຽກງານຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຍັງໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຕັ້ງໜ້າ, ມີປະສິດທິຜົນ.

leftcenterrightdel
ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານເສຍສະຫຼະຊີວິດເພື່ອຊາດຢູ່ ສປປ ລາວ ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງງິລົກ, ແຂວງເງະອານ (ປີ 2017). ພາບ: ຮວ່າງຮວາເລ.

ໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດນັບມື້ນັບປະສົບກັບຄວາມຫຍຸ້ງຍາກ, ຍ້ອນເວລາຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດມາແຕ່ດົນແລ້ວ, ຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດນັບມື້ນັບມີໜ້ອຍ, ຄວາມຊັດເຈນບໍ່ສູງ, ພູມສັນຖານປ່ຽນແປງຕາມການເວລາ ແລະຕາມວິວັດການພັດທະນາເສດຖະກິດ-ສັງຄົມ; ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ຜັນຂະຫຍາຍການປະຕິບັດໃນຫຼາຍປີຜ່ານມາ, ມີຫຼາຍອົງການ, ກົມກອງ, ທ້ອງຖິ່ນ ແລະຫຼາຍອົງການຈັດຕັ້ງ, ບຸກຄົນໄດ້ເຂົ້າຮ່ວມ.

ປະຈຸບັນ, ທະຫານເຂດ 4 ມີ 6 ກອງທ້ອນໂຮມດ້ວຍພະນັກງານ, ນັກຮົບ 300 ຄົນ ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຢູ່ ສປປ ລາວ. ນີ້ແມ່ນກຳລັງເຄື່ອນໄຫວເປັນເອກະລາດ, ຫ່າງຈາກການຄຸ້ມຄອງໂດຍກົງ ແລະລັກສະນະວຽກງານຫຍຸ້ງຍາກ, ສັບສົນກວ່າບັນດາກອງຊອກຫາທ້ອນໂຮມພາຍໃນປະເທດ. ຍ້ອນເຫດນັ້ນ, ທະຫານເຂດ 4 ຍາມໃດກໍ່ຖືເປັນສຳຄັນວຽກງານຄັດເລືອກບັນດາພະນັກງານ, ນັກຮົບທີ່ມີຄຸນນະທາດ, ຄວາມສາມາດ, ປະສົບການ, ໂດຍສະເພາະແມ່ນຄວາມສາມາດພົວພັນແລກປ່ຽນດ້ວຍພາສາລາວ ແລະຖືເປັນສຳຄັນວຽກງານຊາບຊຶມຍົກສູງຄວາມຮັບຮູ້, ຄຸນທາດດ້ານການເມືອງ, ຄຸນສົມບັດ, ສ້າງສະຕິຄວາມຮັບຜິດຊອບ ແລະເຈດຈຳນົງຕັດສິນໃຈສູງ, ປະຕິບັດຕາມລະບຽບວິໄນ, ກົດໝາຍ, ແນວທາງພົວພັນຕ່າງປະເທດຂອງສອງປະເທດຢ່າງເຂັ້ມງວດ. ທ່ານພົນຈັດຕະວາ ຟານວັນສິ, ຮອງຫົວໜ້າການເມືອງທະຫານເຂດ 4 ໃຫ້ຮູ້ວ່າ: “ທຸກປີ, ທະຫານເຂດ 4 ລ້ວນແຕ່ຊີ້ນຳວຽກງານບຳລຸງວິຊາການ, ວິຊາສະເພາະໃຫ້ບັນດາພະນັກງານປະຕິບັດໜ້າທີ່. ຄືໃນປີ 2018, ທະຫານເຂດ 4 ໄດ້ຈັດສົ່ງຄະນະໄປປະຕິບັດງານຢູ່ລາວ ເພື່ອກວດກາການປະຕິບັດງານທຸກດ້ານຂອງບັນດາກົມກອງປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນມິດ”.

ແຂວງຮ່າຢາງ ເຄີຍແມ່ນສະໜາມຮົບຢ່າງດຸເດືອດ; ໃນຊຸມປີແຕ່ 1979-1989, ມີຫຼາຍກອງພົນ, ກອງພົນນ້ອຍພ້ອມກັບກຳລັງທະຫານທ້ອງຖິ່ນສູ້ຮົບ. ໄລຍະນີ້, ບັນດາກົມກອງນັບແຕ່ຂັ້ນກອງພັນໃຫຍ່ຂຶ້ນໄປລ້ວນແຕ່ມີສຸສານສະເພາະ, ຕິດຈອດກັບຊາຍແດນ. ການຕໍ່ສູ້ຢ່າງດຸເດືອດ, ແກ່ຍາວ, ສຸສານຫຼາຍແຫ່ງຖືກໝາກບອມທຳລາຍ, ນັກຮົບຫຼາຍຄົນເມື່ອເສຍສະຫຼະຊີວິດເພື່ອຊາດສາບສູນກໍ່ຫາຍໄປ. ພາຍຫຼັງສຳເລັດໜ້າທີ່ຢູ່ແຂວງຮ່າຢາງ, ຫຼາຍກົມກອງຖອນທະຫານຢູ່ແນວຫຼັງ, ມີກົມກອງຍຸບເລີກຮັບໃຊ້ໜ້າທີ່ໃໝ່... ພາໃຫ້ວຽກງານມອບ-ຮັບຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດ, ສຸສານ, ລາຍຊື່ທະຫານເສຍສະຫຼະຊີວິດເພື່ອຊາດ, ແຜນວາດຂຸມຝັງສົບໃຫ້ແຂວງຮ່າຢາງບໍ່ທັນຊັດເຈນ... ປະຈຸບັນ, ແຂວງຮ່າຢາງມີ 11 ກົມກອງເຂົ້າຮ່ວມປະຕິບັດໂຄງການເກັບກູ້ ແລະທຳລາຍລະເບີດບໍ່ທັນແຕກເພື່ອຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ. ເພາະສະນັ້ນ, ແຂວງຮ່າຢາງ ໄດ້ສົມທົບການເກັບກູ້ ແລະທຳລາຍລະເບີດບໍ່ທັນແຕກເພື່ອຮັບໃຊ້ໃຫ້ວຽກງານຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ພ້ອມທັງຂຸດຄົ້ນບັນດາເຂດດິນຍັງມີລະເບີດບໍ່ທັນແຕກເພື່ອເປີດກວ້າງທີ່ດິນ, ຮັບໃຊ້ໃຫ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ທ່ານພັນເອກພິເສດ ເຈິ່ນດ້າຍຖັ໊ງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຢາງ ແບ່ງປັນບົດຮຽນ: “ກ່ອນທີ່ໄປປະຕິບັດໜ້າທີ່ຊອກຫາທ້ອນໂຮມ, ບັນດາກົມກອງຈະປຶກສາຫາລືຢ່າງລະອຽດລະອໍ, ເຫັນດີເປັນເອກະພາບກັບ 11 ກອງເກັບກູ້ ແລະທຳລາຍລະເບີດບໍ່ທັນແຕກກ່ຽວກັບບົດຮຽນຊອກຫາ, ຄົ້ນພົບອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໃນວິວັດການເກັບກູ້ທຳລາຍ”.

ລະດົມກຳລັງແຮງທົ່ວສັງຄົມ

ໜຶ່ງໃນບັນດາຊ່ອງທາງເພື່ອເກັບກຳຂໍ້ມູນຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດຢ່າງຊັດເຈນນັ້ນແມ່ນຕ້ອງເປັນເຈົ້າການຕິດຕໍ່, ຂຸດຄົ້ນບັນດາຊ່ອງທາງ, ບັນດາຂໍ້ມູນຈາກອົງການຈັດຕັ້ງ, ບຸກຄົນ, ນັກຮົບເກົ່າຢູ່ພາຍໃນປະເທດ ແລະຕ່າງປະເທດເພື່ອເກັບກຳຂໍ້ມູນ, ເອກະສານກ່ຽວຂ້ອງເຖິງທະຫານຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດ, ຫາຍສາບສູນໃນສົງຄາມ, ຮັບໃຊ້ວຽກງານຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ.

ເມື່ອເວົ້າກ່ຽວກັບບົດຮຽນນີ້, ທ່ານພັນເອກພິເສດ ເລຕ໊ວນຮ່ຽນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຢາລາຍ ໃຫ້ຮູ້ວ່າ: “ບັນດາກອງຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຢູ່ລາວ, ກຳປູເຈຍ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະປະຊາຊົນປະເທດເພື່ອນມິດ, ສຸມໃສ່ກວດກາ, ແກ້ໄຂ, ສະຫຼຸບຂໍ້ມູນກ່ຽວກັບຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຮັບ, ສະຫຼຸບບັນດາທ້ອງຖິ່ນໄດ້ໄປຊອກຫາຫຼາຍເທື່ອແລ້ວ, ດ້ວຍທິດນຳ: ເຮັດຢູ່ບ່ອນໃດ, ສ້າງເອກະສານສະຫຼຸບຢູ່ບ່ອນນັ້ນ. ມາຮອດປະຈຸບັນ, ຫຼາຍກົມກອງໄດ້ສະຫຼຸບ, ກຳແໜ້ນບໍລິເວນຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຢູ່ບັນດາທ້ອງຖິ່ນຂອງປະເທດເພື່ອນມິດ. ກອງຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດ K70, ທະຫານເຂດ 7 ຫາກໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດໃນບໍລິເວນກວ້າງທີ່ສຸດຢູ່ບັນດາແຂວງຂອງກຳປູເຈຍ ທັງເພີ່ມທະວີການປະຕິບັດໜ້າທີ່ຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດພາຍໃນປະເທດ.

ທ່ານພັນເອກ ດວ່ານດິງຕິງ, ຫົວໜ້າກອງ K70 (ທະຫານເຂດ 7) ແບ່ງປັນວ່າ: “ສິ່ງສຳຄັນທີ່ສຸດແມ່ນຕ້ອງຖືເປັນສຳຄັນວຽກງານໂຄສະນາ, ຂົນຂວາຍ, ເຮັດໃຫ້ປະຊາຊົນຢູ່ປະເທດເພື່ອນມິດເຂົ້າໃຈໄດ້ນະໂຍບາຍວຽກງານຊອກຫາທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງປະເທດຫວຽດນາມ ແມ່ນວຽກມະນຸດສະທຳ, ມີຄວາມໝາຍມະນຸດຊາດຢ່າງເລິກເຊິ່ງ. ຈາກນັ້ນ, ປະຊາຊົນຢູ່ປະເທດເພື່ອນມິດມີຄວາມເຂົ້າໃຈ, ຮັກແພງ ແລະເຂົາເຈົ້າຈະໜູນຊ່ວຍ, ຊ່ວຍເຫຼືອ, ສ້າງເງື່ອນໄຂເພື່ອໃຫ້ກົມກອງປະຕິບັດໜ້າທີ່”.

ດ້ວຍຄວາມຮັບຜິດຊອບດ້ານການເມືອງຕໍ່ພັກ, ຕໍ່ປະຊາຊົນ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະເຮັດພັນທະສາກົນ, ບັນດາກຳລັງເຮັດໜ້າທີ່ຊອກຫາທ້ອນໂຮມ ແລະກຳນົດອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ພວມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດໜ້າທີ່ຊອກຫາທ້ອນໂຮມ ແລະກຳນົດອັດຖິທະຫານເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີ, ຕອບສະໜອງຄວາມມຸ່ງມາດປາດຖະໜາ, ຄວາມເຊື່ອໝັ້ນຂອງພັກ, ລັດ, ປະຊາຊົນ, ຍາດຕິພີ່ນ້ອງ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.

ໂດຍ: ສົມເພັດ