leftcenterrightdel
ພະນັກງານ, ພາລະກອນກອງທ້ອນໂຮມອັດຖິ 192 ກອງບັນຊາການທະຫານແຂວງ ເທື່ອທຽນເຫວ້ ເດີນທາງໄປປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດຢູ່ ລາວ. ພາບ: baophapluat.vn

ກ່າວຄໍາເຫັນມອບໜ້າທີ່ໃຫ້ກອງທ້ອນໂຮມອັດຖິ 192 ກ່ອນຈະເດີນທາງໄປປະຕິບັດໜ້າທີ່, ການນໍາກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ໄດ້ຍ້ອງຍໍຊົມເຊີຍພະນັກງານ, ພາລະກອນຂອງກອງທ້ອນໂຮມອັດຖິ 192 ທີ່ໄດ້ກໍານົດໜ້າທີ່ເປັນຢ່າງດີ, ຕະລຸມບ່ອນເດີນທາງໄປປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ. ພ້ອມທັງຮຽກຮ້ອງໃຫ້ພະນັກງານ, ພາລະກອນກອງທ້ອນໂຮມອັດຖິ 192 ເສີມຂະຫຍາຍມູນເຊື້ອກົມກອງວິລະຊົນໃຫ້ເປັນຢ່າງດີ, ຍາມໃດກໍຮັກສາລະບຽບວິໄນ.

leftcenterrightdel
ຫົວໜ້າກອງບັນຊາການທະຫານແຂວງ ເທື່ອທຽນເຫວ້ ມອບໜ້າທີ່ໃຫ້ພະນັກງານ, ພາລະກອນກອງທ້ອນໂຮມອັດຖິ 192 ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່. ພາບ: baophapluat.vn

ການນໍາກອງບັນຊາການທະຫານແຂວງ ເທື່ອທຽນເຫວ້ ກໍຮຽກຮ້ອງ, ໃນເວລາໄປປະຕິບັດໜ້າທີ່ບົນດິນແດນປະເທດເພື່ອນມິດລາວ ຕ້ອງສ້າງຄວາມສາມັກຄີສະໜິດແໜ້ນກັບຄະນະພັກ, ອົງການປົກຄອງ ແລະປະຊາຊົນລາວບັນດາເຜົ່າ, ປະຕິບັດວຽກງານຂົນຂວາຍປະຊາຊົນ, ວຽກງານໂຄສະນາເປັນຢ່າງດີ.

ຕາມແຜນການ, ລະດູແລ້ງ 2020-2021, ກອງທ້ອນໂຮມອັດຖິ 192 ຈະສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນສອງແຂວງ ສາລະວັນ ແລະເຊກອງ.

ໂດຍ: ກວຽດເຕິມ