leftcenterrightdel
ພິທີໄວ້ອາໄລ ແລະປົງອັດຖິນັກຮົບຕີພິເສດຈໍານວນ 17 ຊຸດ ໄດ້ດໍາເນີນໃນຕອນເຊົ້າວັນທີ 5 ມິຖຸນາ 2020. ພາບ: ດັ້ກແທ່ງ.

ພາຍຫຼັງຂຸດຄົ້ນຂຸມຝັງສົບມາເປັນເວລາ 15 ວັນ, ກໍາລັງທະຫານເມືອງ ເຟື໊ອກເຊີນ ໄດ້ກວດພົບອັດຖິນັກຮົບຕີພິເສດທີ່ໄດ້ເສຍສະຫຼະຊີວິດກ່ອນນີ້ 50 ປີ ທັງໝົດ 17 ຊຸດ. ທ່ານພັນເອກ ຟານແອັງຫ໋າຍ ໃຫ້ຮູ້ວ່າ ນີ້ແມ່ນຂຸມຝັງສົບລວມໝູ່ກ່ອນນີ້ 50 ປີ ດັ່ງນັ້ນຈຶ່ງຍາກທີ່ຈະກໍານົດໄດ້ຊື່ ແລະນາມສະກຸນຂອງບັນດານັກຮົບດັ່ງກ່າວ. ເພາະສະນັ້ນ, ຍາດຕິພີ່ນ້ອງຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດມີຄວາມປາດຖະໜາຢາກເອົາອັດຖິໄປຝັງລວມໝູ່ຢູ່ສຸສານເມືອງເຟື໊ອກເຊີນ. ຄາດຄະເນວ່າ ໃນຕອນເຊົ້າຂອງວັນທີ 5 ມິຖຸນາ, ເມືອງເຟື໊ອກເຊີນ ຈະທໍາພິທີໄວ້ອາໄລ ແລະປົງອັດຖິຈຳນວນດັ່ງກ່າວ.

ໂດຍໄດ້ຮູ້ມາວ່າ, ໃນປີ 1960 ອາເມລິກາ ໄດ້ກໍ່ສ້າງສະໜາມບິນ ແລະຖານທີ່ໝັ້ນເຄິມດຶກ. ໃນວັນທີ 5 ສິງຫາ 1970, ບັນດານັກຮົບຕີພິເສດຮັບໜ້າທີ່ບຸກຕີເຂົ້າຖານທີ່ໝັ້ນສະໜາມບິນເຄິມດຶກ. ບັ້ນສູ້ຮົບນັ້ນໄດ້ເຮັດໃຫ້ຖານທີ່ໝັ້ນທີ່ສໍາຄັນທີ່ສຸດຂອງອາເມລິກາ ທີ່ກັ້ນບັງຢູ່ທາງທິດຕາເວັນຕົກຂອງແຂວງກວ໋າງນາມ ສັ່ນສະເທືອນ ແລະນັກຮົບຈໍານວນ 17 ສະຫາຍໄດ້ເສຍສະຫຼະຊີວິດໃນບັ້ນສູ້ຮົບນີ້.

ໂດຍ: ໄຊຊະນະ