ວັນທີ 27 ພະຈິກ, ສະພາເອີລົບ ຖະແຫຼງວ່າ ໄດ້ຮັບຮອງເອົາສັນຍາການຄ້າລະຫວ່າງສະຫະພາບ ເອີລົບ (EU) ກັບນິວຊີແລນ ແລະ ສັນຍາສະບັບນີ້ ອາດຈະມີຜົນສັກສິດໃນຕົ້ນປີ 2024, ພາຍຫຼັງ Wellington ໃຫ້ສັດຕະຍາບັນ. ຂໍ້ຕົກລົງສະບັບນີ້ກຳນົດການຫຼຸດຜ່ອນພາສີຕາມແຕ່ລະໄລຍະ ສຳລັບສິນຄ້ານຳເຂົ້າ, ລວມມີ: ຊີ້ນແກະ, ຊີ້ນງົວ, ເຫຼົ້າແວງ ແລະ ໝາກໄມ້ ຂອງນິວຊີແລນ. ແທນທີ່ນັ້ນ, ສິນຄ້າສົ່ງອອກຂອງ EU ລວມມີເຄື່ອງຈັກ ແລະ ພາຫະນະຄົມມະນາຄົມ, ກໍ່ຄື ໂຊໂກລາ, ເຫຼົ້າແວງ ແລະ ເຂົ້າໜົມ ກໍ່ໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ.
ປັດຈຸບັນ, ວົງເງິນການຄ້າສິນຄ້າ ແລະການບໍລິການສອງສົ້ນ ລະຫວ່າງ EU ແລະ ນິວຊີແລນ ບັນລຸ 10 ຕື້ USD. ວົງການນັກໄຈ້ແຍກ ໄດ້ໃຫ້ຂໍ້ສັງເກດວ່າ ສັນຍາສະບັບໃໝ່ນີ້ ຈະຊ່ວຍນຳວົງເງິນນີ້ເພີ່ມຂຶ້ນ 30% ໃນ 10 ປີຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image