ອິນເດຍ ແລະປາກິດສະຖານ ນຳໃຊ້ເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟບຸກໂຈມຕີທາງອາກາດຂອງກັນ
ກະຊວງປ້ອງກັນປະເທດອິນເດຍ ໃຫ້ຮູ້ວ່າ ລະບົບປ້ອງກັນຕົວໄດ້ສະກັດກັ້ນຫຼາຍຄັ້ງບຸກໂຈມຕີດ້ວຍ UAV ແລະ ລູກສອນໄຟຂອງ ປາກິດສະຖານ ເລັ່ງໃສ່ບັນດາຮາກຖານການທະຫານຢູ່ທາງທິດເໜືອ ແລະທາງທິດຕາເວັນຕົກຂອງປະເທດນີ້ໃນຕອນຄ່ຳວັນທີ 7 ແລະວັນທີ 8 ພຶດສະພາ.
ຄວາມເຄັ່ງຕຶງດ້ານການທະຫານລະຫວ່າງອິນເດຍ ແລະປາກິດສະຖານ ສືບຕໍ່ເພີ່ມຂຶ້ນເມື່ອສອງປະເທດກຳມະສິດອາວຸດນິວເຄຼຍ ນີ້ກ່າວຫາເຊິ່ງກັນ ແລະກັນ ວ່າທີ່ດຳເນີນບັນດາເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ (UAV) ແລະລູກສອນໄຟທີ່ເລັ່ງໃສ່ບັນດາເປົ້າໝາຍຢູ່ພາຍໃນດິນແດນຂອງກັນ ເມື່ອວັນທີ 8 ພຶດສະພາ. ລະອຽດແມ່ນ, ຕາມກະຊວງປ້ອງກັນປະເທດປາກິດສະຖານ ແລ້ວ, ໄລ່ຮອດຕອນບ່າຍວັນທີ 8 ພຶດສະພາ, ກຳລັງປະເທດນີ້ ໄດ້ຍິງ UAV ຕົກ 25 ລຳທີ່ມາຈາກອິນເດຍ. ສ່ວນກະຊວງປ້ອງກັນປະເທດອິນເດຍ ໃຫ້ຮູ້ວ່າ ລະບົບປ້ອງກັນຕົວໄດ້ສະກັດກັ້ນຫຼາຍຄັ້ງບຸກໂຈມຕີດ້ວຍ UAV ແລະລູກສອນໄຟຂອງປາກິດສະຖານ ເລັ່ງໃສ່ບັນດາຮາກຖານການທະຫານຢູ່ທາງທິດເໜືອ ແລະທາງທິດຕາເວັນຕົກ ຂອງປະເທດນີ້ໃນຕອນຄ່ຳວັນທີ 7 ແລະ ວັນທີ 8 ພຶດສະພາ.
ແຫຼ່ງຄັດຈາກ: vovworld.vn