leftcenterrightdel
ອາເມລິກາ ໄດ້ຫຼຸດຜ່ອນຈຳນວນພົນທະຫານທີ່ພວມຜັນຂະຫຍາຍຢູ່ ຊີຣີ ລົງເຄິ່ງໜຶ່ງ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ວັນທີ 18 ເມສາ, ທຳນຽບ 5 ແຈຢັ້ງຢືນວ່າ ອາເມລິກາ ໄດ້ຫຼຸດຜ່ອນຈຳນວນພົນທະຫານທີ່ພວມຜັນຂະຫຍາຍຢູ່ ຊີຣີ ລົງເຄິ່ງໜຶ່ງ. ທ່ານ Sean Parnell, ໂຄສົກທຳນຽບ 5 ແຈ ໃຫ້ຮູ້ວ່າ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Pete Hegseth ໄດ້ຊີ້ນຳ “ໂຮມເຂົ້າບັນດາກຳລັງ ອາເມລິກາ ປະຈຳ ຊີຣີ ໄປສະຖານທີ່ທີ່ໄດ້ຄັດເລືອກ”, ແຕ່ບໍ່ຊີິ້ແຈ້ງບັນດາສະຖານທີ່ທີ່ໄດ້ຄັດເລືອກແມ່ນຢູ່ອາໃສ. ຈຳນວນພົນທະຫານຂອງ ອາເມລິກາ ປະຈຳ ຊີຣີ ຈະຫຼຸດລົງໜ້ອຍກວ່າ 1.000 ຄົນໃນຊຸມເດືອນຈະມາເຖິງ.

ອາເມລິກາ ໄດ້ຜັນຂະຫຍາຍກອງທັບໄປຍັງ ຊີຣີ ເປັນເວລາຫຼາຍປີຜ່ານມາໃນພາກສ່ວນໜຶ່ງຂອງຄວາມມານະພະຍາຍາມສາກົນເພື່ອກວາດລ້າງອົງການກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ. ສາຍເຫດທີ່ພາໄປເຖິງຂໍ້ຕົກລົງຫຼຸດຜ່ອນຈຳນວນພົນທະຫານດັ່ງກ່າວເຊິ່ງທ່ານ Sean Parnell ຍົກອອກມາແມ່ນຍ້ອນບັນດາຜົນສຳເລັດທີ່ອາເມລິກາ ບັນລຸໄດ້ໃນການຕໍ່ສູ້ຕ້ານ IS.

ແຫຼ່ງຄັດຈາກ: vovworld.vn