ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາໂດຍກົງກັບ ຢູແກຼນ ກ່ຽວກັບສັນຕິພາບ
ວັນທີ 21 ເມສາ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສະເຫນີຈັດຕັ້ງບັນດາການເຈລະຈາສອງຝ່າຍ ກັບຢູແກຼນ. ເມື່ອຕອບສຳພາດຕໍ່ນັກຂ່າວ Pavel Zarubin ຂອງວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງລັດ ລັດເຊຍ VGTRK, ທ່ານປະທານາທິບໍດີ Putin ຢັ້ງຢືນ: ມົດສະກູ “ຮັກສາທ່າທີຕັ້ງໜ້າສຳລັບບໍ່ວ່າຂໍ້ລິເລິ່ມສັນຕິພາບໃດ” ແລະ “ລໍຄອຍບາດກ້າວເດີນທີ່ຄ້າຍຄືກັນ” ຈາກຝ່າຍ ກິແອັບ.