ປະທານ EC ແລະປະທານາທິບໍດີອາເມລິກາ ເຫັນດີຕໍ່ແຜນການເຈລະຈາຢ່າງເປັນທາງການ
ວັນທີ 26 ເມສາ, ໂຄສົກສະຫະພາບເອີຣົບ ໃຫ້ຮູ້ວ່າ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ແລະທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຫັນດີຈັດຕັ້ງກອງປະຊຸມຢ່າງເປັນທາງການໃນໄລຍະຈະມາເຖິງ.