ເຫດແຜ່ນດີນໄຫວ ຢູ່ມຽນມາ: ສປຊ ຮຽກຮ້ອງອະຸປະຖຳໄດ້ຈຳນວນເງິນ 275 ລ້ານ USD
ວັນທີ 11 ເມສາ, ສປຊ ໄດ້ຮຽກນ້ອງໃຫ້ປະຊາຄົມໂລກ ປະກອບສ່ວນ 275 ລ້ານ USD ໂດຍດ່ວນເພື່ອໜູນຊ່ວຍກ່ວາ 1 ລ້ານຄົນ ຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວທີ່ມີຄວາມແຮງ 7.7 ອົງສາຣິກແຕ ເກີດຂຶ້ນໃນວັນທີ 28 ມີນາ ທີ່ຜ່ານມາ ຢູ່ມຽນມາ.
ຕາດບົດລາຍງານຫຼ້າສຸດ, ສປຊ ໄດ້ຮຽກຮ້ອງການອຸປະຖຳໃຫ້ແກ່ 1,1 ລ້ານຄົນ ໄດ້ຮັບຄວາມສ່ຽງຫຼາຍກ່ວາໝູ່, ໂດຍສຸມໃສ່ແມ່ຍິງ ແລະເດັກຍິງ. ບົດລາຍງານໃຫ້ຮູ້ວ່າ ແຜນການອຸປະຖຳມະນຸດສະທຳກ່ອນນັ້ນຄາດວ່າຕ້ອງການຈຳນວນເງິນ 1.1 ຕື້ USD ເພື່ອອຸປະຖຳໃຫ້ແກ່ກ່ວາ 5.5 ລ້ານຄົນ ແຕ່ປະຈຸບັນພຽງແຕ່ໄດ້ຮັບປະມານ 5% ຈຳນວນເງິນດັ່ງກ່າວ.
ຕາມ ສປຊ, ມີກ່ວາ 6.3 ລ້ານຄົນ ພວມຕ້ອງການຄວາມຊ່ວຍເຫຼືອ ຢູ່ບັນດາເຂດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຂອງເຫດແຜ່ນດິນໄຫວທີ່ຮ້າຍແຮງທີ່ຜ່ານມາ. ມາຮອດປະຈຸບັນ, ເຫດການນີ້ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 3.656 ຄົນເສຍຊີວິດ ແລະຖືກບາດເຈັບຈຳນວນກ່ວາ 5000 ຄົນ.
ແຫຼ່ງຄັດຈາກ: vovworld.vn