ອາເມລິກາ ແລະອີຣານ ສືບຕໍ່ເຈລະຈານິວເຄຼຍ
ວັນທີ 26 ເມສາ, ຜູ້ຕາງໜ້າຂັ້ນສູງຂອງອາເມລິກາ ແລະອີຣານ ສືບຕໍ່ຮອບເຈລະຈາໃໝ່ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ.
    |
 |
ທ່ານລັດຖະມົນຕີການຕ່າງປະເທດອີຣານ Abbas Araghchi (ເບື້ອງຊ້າຍ) ແລະທູດພິເສດ Steve Witkoff. ພາບ: ສໍານັກຂ່າວສານຫວຽດນາມ |
ຮອບເຈລະຈາໄດ້ຈັດຂຶ້ນພາຍຫຼັງ ອາເມລິກາ ປະກາດຈັດວາງມາດຕະການລົງໂທດໃໝ່ຕ້ານຄືນປະເທດ ອາຊີຕາເວັນຕົກນີ້ພຽງແຕ່ 2-3 ວັນ.
ຮອບເຈລະຈາຄັ້ງທີ 3 ລະຫວ່າງອາເມລິກາ ແລະ ອີຣານ ໄດ້ຈັດຂຶ້ນຢູ່ Oman. ໃນການປຶກສາຫາລືໃນວັນທີ 26 ເມສາ, ນຳໜ້າຄະນະເຈລະຈາຂອງ ອີຣານ ຍັງຄົງແມ່ນທ່ານລັດຖະມົນຕີການຕ່າງປະເທດ Abbas Araghchi, ໃນຂະນະນັ້ນ ຫົວໜ້າຄະນະເຈລະຈາອາເມລິກາ ສືບຕໍ່ແມ່ນທູດພິເສດ Steve Witkoff.
ສິ່ງທີ່ໜ້າສົນໃຈ, ໄປຄຽງຄູ່ການເຈລະຈາຂັ້ນສູງ, ຄະນະຜູ້ແທນອາເມລິກາ ແລະອີຣານ ກໍດຳເນີນບັນດາການແລກປ່ຽນວິຊາການທີ່ປິ່ນອ້ອມໂຄງການນິວເຄຼຍ ຂອງອີຣານ.
ແຫຼ່ງຄັດຈາກ: vovworld.vn