ຫຼາຍການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ ໄດ້ຈັດຂຶ້ນໃນໂລກ
ວັນທີ 9 ພຶດສະພາ, ລັດເຊຍ ໄດ້ຈັດຂຶ້ນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປະຕຸພູມອັນຍິ່ງໃຫຍ່.
ເຫດການຫຼັກຊອງວັນໄຊຊະນະແມ່ນການເດີນສວນສະໜາມກ້ອນກຳລັງ ຢູ່ຈັດຕູລັດແດງ ທີ່ໄດ້ດຳເນີນຕອນເວລາ 10 ໂມງ (ຕາມເວລາມົດສະກູ). ລັດເຊຍ ໄດ້ເຊື້ອເຊີນການນຳທີ່ມາຈາກ 29 ປະເທດເຂົ້າຮ່ວມເຫດການນີ້. ໃນຈຳນວນບັນດາການນຳເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ທ່ານປະທານາທິບໍດີບຣາຊິນ Luiz Inacio Lula da Silva, ທ່ານປະທານາທິບໍດີເວເນຊູເອລາ Nicolas Maduro, ທ່ານປະທານາທິບໍດີເອຢິບ Abdel Fattah el-Sisi... ກ່ອນໜ້ານັ້ນ, ໃນວັນທີ 8 ພຶດສະພາ, ພິທີສະເຫຼີມສະຫຼອງເຫດການນີ້ກໍ່ໄດ້ຈັດຂຶ້ນຢູ່ຫຼາຍປະເທດ ຄືຢູ່ Tajikistan, Kazakhstan, Angola, Venezuela, Liban, Iraq…
ແຫຼ່ງຄັດຈາກ: vovworld.vn