leftcenterrightdel
ອິນເດຍ ຜັນຂະຫຍາຍການປາບປາມຂອບຂະໜາດໃຫຍ່ຢູ່ Kashmir ພາຍຫຼັງເຫດກໍ່ການຮ້າຍ. ພາບ:  Reuters

ໄລ່ຮອດປັດຈຸບັນ, ມີປະມານ 1.500 ຄົນ, ລວມທັງຍາດຕິພີ່ນ້ອງຂອງບັນດາເປົ້າໝາຍຖືກສົງໄສ ຖືກກັກຂັງຊົ່ວຄາວເພື່ອໄຕ່ສວນ. ລັດຖະບານອິນເດຍ ຢັ້ງຢືນວ່າ ບັ້ນຮົບດັ່ງກ່າວແນໃສ່ບັນດາກຸ່ມກໍ່ການຮ້າຍ ແລະພວກໜູນຫຼັງ, ດ້ວຍຈຸດປະສົງຮັບປະກັນຄວາມໝັ້ນຄົງໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ຢ່າງໜ້ອຍສຸດມີເຮືອນ 10 ຫຼັງ, ລວມທັງເຮືອນຂອງ 2 ເປົ້າໝາຍທີ່ຖືກສົງໄສໃນບັ້ນບຸກໂຈມຕີກໍ່ການຮ້າຍຖືກມ້າງເພທຳລາຍ.

ກ່ອນໜ້ານັ້ນ, ລັດຖະບານອິນເດຍ ໄດ້ກ່າວຫາ ປາກິດສະຖານ ຢືນຢູ່ເບື້ອງຫຼັງບັ້ນບຸກໂຈມຕີ. ສະພາບຄວາມເຄັ່ງຕຶງລະຫວ່າງສອງປະເທດທີ່ມີອາວຸດນິວເຄຼຍນີ້ໄດ້ເຮັດໃຫ້ຄວາມສ່ຽງປະທະກັນ ຢູ່ພາກພື້ນເພີ່ມຂຶ້ນ. ປະຊາຄົມສາກົນຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ ແລະຊອກຫາມາດຕະການແກ້ໄຂໂດຍສັນຕິວິທີ.

ແຫຼ່ງຄັດຈາກ: vovworld.vn