ທ່ານ Peskov ເນັ້ນໜັກວ່າ ເຖິງວ່າທ່ານປະທານາທິບໍດີລັດເຊຍ Putin ເຫັນດີຕໍ່ແນວຄວາມຄິດຕ້ອງຢຸດຍິງຍິ່ງໄວກໍຍິ່ງດີ, ແຕ່ສິ່ງສຳຄັນແມ່ນຕ້ອງຮັບປະກັນຜົນປະໂຫຍດຂອງລັດເຊຍ ແລະເຮັດແຈ້ງບັນດາບັນຫາ ເຊິ່ງທ່ານໄດ້ເຕື້ອງເຖິງເປັນຫຼາຍຄັ້ງແລ້ວ.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ວັນທີ 4 ເມສາ ສຳນັກຂ່າວສານລັດເຊຍ INTERFAX ໄດ້ໃຫ້ຂ່າວວ່າ ສະຫະພາບເອີຣົບ ສະແດງຄວາມປາດຖະໜາຢາກສືບຕໍ່ບັນດາບັ້ນດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ, ແຕ່ພັດຢັ້ງຢືນວ່າ ຈະສືບຕໍ່ສະໜອງອາວຸດໃຫ້ແກ່ປະເທດເອີຣົບຕາເວັນອອກນີ້.

ແຫຼ່ງຄັດຈາກ: vovworld.vn