ນີ້ແມ່ນການພົບປະຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີອາເມລິກາ ແລະໄດ້ແກ່ຍາວປະມານ 4 ຊົ່ວໂມງເຄິ່ງ. ຕາມແຈ້ງການທາງການໃນເວັບໄຊຂອງວັງ Kremlin, ນີ້ແມ່ນການພົບປະລັບ ແລະຫົວເລື່ອງຕົ້ນຕໍແມ່ນບັນດາແງ່ມູມກ່ຽວຂ້ອງເຖິງການຊອກຫາມາດຕະການຢຸດຕິການປະທະກັນຢູ່ ຢູແກຼນ.

leftcenterrightdel
ພາບຄັດຈາກ: Sputnik

ທ່ານ Steve Witkoff ມາຮອດ ລັດເຊຍ ໃນຕອນເຊົ້າວັນທີ 11 ເມສາ, ໃນຕອນບ່າຍຂອງວັນດຽວກັນ, ທ່ານໄດ້ພົບປະກັບທ່ານ Kirill Dmitriev ຜູ້ນຳໜ້າກອງທຶນລົງທຶນໂດຍກົງລັດເຊຍ. ຕາມສຳນັກຂ່າວສານລັດເຊຍ Ria Novosti, ອາເມລິກາ ຖືວ່າ ການເຈລະຈາຄັ້ງຕ່າງໆຂອງທ່ານ Steve Witkoff ຢູ່ ລັດເຊຍ ແມ່ນບາດກ້າວເດີນກ້າວໄປເຖິງການແກ້ໄຂບັນຫາ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn