ການອຸປະຖຳດ້ານການທະຫານຂອງ EU ໃຫ້ແກ່ຢູແກຼນ ບັນລຸ 27 ຕື້ເອີໂຣ
ວັນທີ 13 ພະຈິກ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ (EU) ໃຫ້ຮູ້ວ່າ ການອຸປະຖຳດ້ານການທະຫານຂອງກຸ່ມນີ້ ໃຫ້ແກ່ຢູແກຼນ ໄດ້ບັນລຸ 27 ຕື້ເອີໂຣ (ປະມານ 28,8 ຕື້ USD) ນັບແຕ່ເວລາເກີດການປະທະກັນກັບ ລັດເຊຍ ເມື່ອເດືອນກຸມພາປີ 2022.