leftcenterrightdel
ພາບປະກອບ: Archive

ກ່ອນໜ້ານັ້ນ, ສະພາຕ່ຳ ແລະສະພາສູງລັດເຊຍ ໄດ້ຮັບຮອງເອົາກົດໝາຍສະບັບນີ້. ໂຄສົກວັງ Kremlin, ທ່ານ Dmitry Peskov  ໃຫ້ຮູ້ວ່າ ເລື່ອງຍົກເລີກສົນທິສັນຍາ CTBT ແມ່ນຮັບປະກັນຄວາມດຸ່ນດ່ຽງສຳລັບ ລັດເຊຍ ແລະອາເມລິກາ ໃນຂົງເຂດທົດລອງນິວເຄຼຍ ໃນສະພາບທີ່ ວໍຊິນຕັນ ຍັງບໍ່ທັນໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວ. ທ່ານກໍ່ແຈ້ງວ່າ, ການກະທຳດັ່ງກ່າວຂອງລັດເຊຍ ບໍ່ໝາຍຄວາມວ່າ ມົດສະກູ ຈະມີແຜນດຳເນີນການທົດລອງນິວເຄຼຍ.

CTBT ແມ່ນສົນທິສັນຍາຫຼາຍຝ່າຍເກືອດຫ້າມທຸກການທົດລອງນິວເຄຼຍ, ເຖິງວ່າເພື່ອຈຸດປະສົງສັນຕິພາບ ຫຼືການທະຫານ. ສະຫະປະຊາຊາດ ໄດ້ຮັບຮອງເອົາສົນທິສັນຍາດັ່ງກ່າວໃນປີ 1996 ແລະມີ 187 ປະເທດໄດ້ເຊັນແລ້ວ, ແຕ່ມາຮອດປະຈຸບັນຍັງບໍ່ທັນມີຜົນສັກສິດເທື່ອ.

ແຫຼ່ງຄັດຈາກ: vovworld.vn