ການປະທະກັນ ຮາມາດ - ອິດສະຣາແອັນ: ປະທານສະມັດຊາໃຫຍ່ສປຊ ຮຽກຮ້ອງເປີດເສັ້ນທາງມະນຸດສະທຳເຂົ້າເຖິງເຂດ ກາຊາ
ວັນທີ 26 ຕຸລາ, ຢູ່ ນິວຢອກ, ປະເທດອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ເຊື່ອມຕໍ່ວາລະປະຊຸມພິເສດດ່ວນຄັ້ງທີ 10 ເພື່ອປຶກສາຫາລືກ່ຽວກັບການປະທະກັນລະຫວ່າງ ຮາມາດ - ອິດສະຣາແອັນ.
    |
 |
ທ່ານປະທານສະມັດຊາໃຫຍ່ສປຊ Dennis Francis. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ວາລະປະຊຸມ, ທ່ານປະທານສະມັດຊາໃຫຍ່ສປຊ Dennis Francis ຮຽກຮ້ອງໃຫ້ບັນດາຝ່າຍທີ່ປະທະກັນຈົ່ງເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະສ້າງເງື່ອນໄຂທີ່ຈຳເປັນໃນທັນທີ ເພື່ອອະນຸຍາດໃຫ້ເປີດເສັ້ນທາງມະນຸດສະທຳເຂົ້າເຖິງເຂດ ກາຊາ.
ທ່ານ Dennis Francis ເນັ້ນໜັກວ່າ, ຕ້ອງຮັກສາການໜູນຊ່ວຍຮີບດ່ວນໃຫ້ແກ່ສາມັນຊົນຢູ່ເຂດ ກາຊາ ແລະ ຮັບປະກັນວ່າ ເສັ້ນທາງນີ້ສ້າງຄວາມປອດໄພໃຫ້ແກ່ຖັນແຖວພາລະກອນໜູນຊ່ວຍມະນຸດສະທຳ ແລະສາທາລະນະສຸກ. ຕາມທ່ານແລ້ວ, ນີ້ແມ່ນເສັ້ນທາງໜຶ່ງດຽວທີ່ຈະພາໄປເຖິງພື້ນຖານສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະ ຍາວນານ ແມ່ນມາດຕະການ 2 ລັດທີ່ສອດຄ່ອງກັບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສປຊ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 26 ຕຸລາ, ແມ່ນມື້ທຳອິດຂອງກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ), ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ບັນດາການນຳ ອີຢູ ໄດ້ຮຽກຮ້ອງໃຫ້ຢຸດຕິການວາງລະເບີດຂອງ ອິດສະຣາແອັນ ແລະ ການບຸກໂຈມຕີດ້ວຍລູກສອນໄຟຂອງ ຮາມາດ ເພື່ອນຳເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າເຖິງເຂດ ກາຊາ.
ແຫຼ່ງຄັດຈາກ: vovworld.vn