ນີ້ແມ່ນການພົບປະຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດສອງປະເທດພາຍຫຼັງກຳລັງຂອງ ອາເຊັກໄບຊານ ຍາດໄດ້ສິດຄວບຄຸມເຂດແຍກຕົວ Nagorno-Karabakh ເມື່ອເດືອນກັນຍາຜ່ານມາ.
ການເຈລະຈາຍັງມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ແລະລັດຖະມົນຕີການຕ່າງປະເທດຕວກກີ. ໃນຖະແຫຼງການຮ່ວມສະບັບສຸດທ້າຍ, ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາໄດ້ຢ້ຳຄືນ “ຄວາມສຳຄັນໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບອະທິປະໄຕ, ເອກະລາດດ້ານການເມືອງ, ຜືນແຜ່ນດິນອັນຄົບຖ້ວນ ແລະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ”. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ເປີດເຜີຍວ່າ ການເຈລະຈາຄັ້ງຈະມາເຖິງຈະໄດ້ຂຶ້ນແຜນຈັດຢູ່ ຕວກກີ ໃນໄລຍະ 6 ເດືອນຕົ້ນປີ 2024 ເພື່ອແນໃສ່ຊອກຫາສັນຕິພາບຢູ່ເຂດ Kavkaz.
ແຫຼ່ງຄັດຈາກ: vovworld.vn
Type the code from the image