leftcenterrightdel
ການຊ້ອມຮົບຮ່ວມຂອງ ສ.ເກົາຫຼີ ແລະ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ແຈ້ງການຈາກກຳລັງທະຫານເຮືອ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ການຊ້ອມຮົບຮ່ວມຈະດຳເນີນພາຍໃນ 3 ວັນ, ດ້ວຍການເຂົ້າຮ່ວມຂອງກ່ຳປັ່ນ 9 ລຳ ແລະ ເຮືອບິນສອດແນມ 2 ລຳຂອງສອງປະເທດ. ບັນດາການຊ້ອມຮົບຕ້ານກໍາປັ່ນດຳນ້ຳ ແລະ ການຍິງລູກປືນແທ້ໄດ້ຈັດຂຶ້ນ ເພື່ອແນໃສ່ເພີ່ມທະວີກຳລັງສົມທົບການເຄື່ອນໄຫວ ແລະຄວາມສາມາດກະທົບຕອບຂອງບັນດາພັນທະມິດ. ຕາມພົນຈັດຕະວາ Kim In – ho, ຜູ້ບັນຊາການກຳລັງ ສ.ເກົາຫຼີ ເຂົ້າຮ່ວມການຊ້ອມຮົບ ແລ້ວ, ການເຄື່ອນໄຫວນີ້ແມ່ນໂອກາດເພື່ອປະຕິບັດການສະກັດກັ້ນບັນດາໄພນາບຂູ່ຈາກລູກສອນໄຟ ແລະນິວເຄຼຍ ຢ່າງມີປະສິດທິຜົນ, ພ້ອມທັງປັບປຸງຄວາມກຽມພ້ອມໃນການປ້ອງກັນຕົວຮ່ວມ.

ແຫຼ່ງຄັດຈາກ: vovworld.vn