ໃນຂອບເຂດກອງປະຊຸມຕ່າງໆ, ບັນດາເຈົ້າໜ້າທີ່ອາວຸໂສທີ່ມາຈາກ 10 ປະເທດອາຊຽນ, ຕີມໍ ແລັດສະເຕ ແລະຄູ່ຮ່ວມມືຕ່າງໆ ຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ລັດເຊຍ ໄດ້ປຶກສາຫາລື, ກວດກາຄືນແຜນການໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງຕ່າງໆ, ເປັນຕົ້ນແມ່ນໂຄງການດໍາເນີນງານ ແລະບັນຊີລາຍຊື່ເອກະສານ 80 ກວ່າສະບັບ ທີ່ຄາດວ່າຈະຍື່ນສະເໜີບັນດາການນໍາ. ຕາມນັ້ນແລ້ວ, ດ້ວຍຫົວຂໍ້ “ກວມລວມ ແລະຍືນຍົງ” ຂອງອາຊຽນ ປີ 2025, ບັນດາການນຳຈະເຂົ້າຮ່ວມເກືອບ 40 ການເຄື່ອນໄຫວ, ແລກປ່ຽນບັນຫາຍຸດທະສາດເພື່ອແນໃສ່ຊຸກຍູ້ການຮ່ວມມືພາກພື້ນ, ຄື: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການລົງທຶນ, ການເຊື່ອມຕໍ່, ວັດທະນະທຳ, ສັງຄົມ, ການຫັນເປັນດີຈີຕອນ, ນະວັດຕະກຳ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການສຶກສາ… ດ້ວຍເປົ້າໝາຍກໍ່ສ້າງປະຊາຄົມອາຊຽນ ກວມລວມ, ຍືນຍົງ ແລະຖືເອົາປະຊາຊົນເປັນໃຈກາງ. ກອງປະຊຸມ SOM ອາຊຽນ ຍັງໄດ້ແລກປ່ຽນກ່ຽວກັບວິວັດການ ແລະລະບຽບການກະກຽມໃຫ້ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກທີ 11 ຂອງອາຊຽນ ໃນເດືອນຕຸລາ 2025.
    |
 |
ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ. ພາບ: mofa.gov.vn |
ທີ່ກອງປະຊຸມ SOM ອາຊຽນ+3, ບັນດາຄູ່ຮ່ວມມື ຄື: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ສະເໜີຫຼາຍມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືກັບອາຊຽນ ທາງດ້ານເສດຖະກິດ, ການເງິນ, ເງິນຕາ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາແບບຍືນຍົງ ແລະ ອື່ນໆ.
ທີ່ກອງປະຊຸມ SOM EAS, ບັນດາປະເທດເນັ້ນໜັກວ່າ EAS ສືບຕໍ່ຢືນຢັນບົດບາດເປັນເວທີປາໄສແຖວໜ້າຂອງບັນດາການນຳເພື່ອແລກປ່ຽນບັນຫາດ້ານການເມືອງ - ຄວາມໝັ້ນຄົງ ແລະຍຸດທະສາດຢູ່ພາກພື້ນ; ເຫັນດີເປັນເອກະສັນສຸມໃສ່ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນກວມລວມ, ພະລັງງານ, ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ປ້ອງກັນ ແລະຕ້ານໄພທຳມະຊາດ ແລະການຮ່ວມມືດ້ານວັດທະນະທຳ.
    |
 |
ທ່ານ ດັ້ງຮວ່າງຢາງ ຫົວໜ້າ SOM ອາຊຽນ ຫວຽດນາມ. ພາບ: mofa.gov.vn |
ທີ່ກອງປະຊຸມ, ທ່ານ ດັ້ງຮວ່າງຢາງ ຫົວໜ້າ SOM ອາຊຽນ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບມາເລເຊຍ - ປະທານອາຊຽນ 2025, ບັນດາປະເທດສະມາຊິກອາຊຽນ ແລະຄູ່ຮ່ວມມືຕ່າງໆເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນເດືອນຕຸລາ ຈະມາເຖິງ.
ໂດຍ: ທູຈາງ