ກອງປະຊຸມສະມັດຊາໃຫຍ່ AIPA-46 ດ້ວຍຫົວຂໍ້ວ່າ “ສະພາແຫ່ງຊາດຢູ່ດ່ານໜ້າເພື່ອອາຊຽນ ເຕີບໂຕກວມລວມ ແລະຍືນຍົງ” ໄດ້ດຳເນີນໃນຈຸດເວລາທີ່ສຳຄັນ, ເມື່ອອາຊຽນ ກ້າວເຂົ້າສູ່ໄລຍະແຫ່ງການຫັນປ່ຽນດ້ວຍວິໄສທັດປະຊາຄົມອາຊຽນ 2045 - ເສັ້ນທາງຍຸດທະສາດກໍານົດທິດພັດທະນາພາກພື້ນໃນ 20 ປີຕໍ່ໜ້າ.
ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງກອງປະຊຸມສະມັດຊາໃຫຍ່ AIPA-46, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງສານຢ່າງແຂງແຮງວ່າ: ສະພາແຫ່ງຊາດບໍ່ພຽງແຕ່ແມ່ນບ່ອນສ່ອງແສງໃຫ້ເຫັນເຈດຈໍານົງຂອງປະຊາຊົນເທົ່ານັ້ນ, ຫາກຍັງນໍາໜ້າໃນການສ້າງລະບອບລະບຽບການ, ນະໂຍບາຍ, ຕິດຕາມກວດກາການປະຕິບັດຄໍາໝັ້ນສັນຍາ ແລະຊັກຈູງຄວາມເຫັນດີເຫັນພ້ອມຂອງພາກພື້ນ. ສານດັ່ງກ່າວໄດ້ຮັບການຕີລາຄາສູງຈາກບັນດາລັດຖະສະພາສະມາຊິກ, ເປັນຫຼັກຖານພະຍານໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ໃນການສ້າງປະຊາຄົມໃຫ້ມີສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນບົນພື້ນຖານການກວມລວມ ແລະຍືນຍົງ.
ນໍາໜ້າເພື່ອອາຊຽນເຂັ້ມແຂງດ້ວຍຕົນເອງ
ດ້ວຍການກະກຽມຢ່າງລະອຽດ ແລະຈັດຕັ້ງຢ່າງຮອບຄອບ, ມາເລເຊຍ ໃນຖານະເປັນປະທານອາຊຽນ ປີ 2025 ແລະປະທານ AIPA ປີ 2025 ໄດ້ສະແດງໃຫ້ເຫັນວ່າ, ນີ້ບໍ່ພຽງແຕ່ແມ່ນເຫດການລັດຖະສະພາປະຈຳປີແຕ່ຢ່າງດຽວເທົ່ານັ້ນ ແຕ່ຍັງກາຍເປັນເວທີປາໄສລະດັບພາກພື້ນທີ່ມີຂະໜາດຢ່າງແທ້ຈິງ, ເປັນບ່ອນບັນດາລັດຖະສະພາສະມາຊິກພ້ອມກັນປຶກສາຫາລື, ເຊື່ອມຕໍ່ຂໍ້ລິເລີ່ມ ແລະສະເໜີບັນດາມາດຕະການຢ່າງແທດຈິງໃນການຊຸກຍູ້ບົດບາດໃຈກາງຂອງລັດຖະສະພາ ແນໃສ່ຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Tan Sri Dato’ Johari Bin Abdul ປະທານສະພາຕໍ່າມາເລເຊຍ, ປະທານ AIPA-46 (ແຖວໜ້າ, ຜູ້ທີ 6, ຈາກຊ້າຍໄປ) ພ້ອມດ້ວຍບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA-46. ພາບ: ຟ້າມທັັ໊ງ |
ວິວັດທະນາການສ້າງວິໄສທັດປະຊາຄົມອາຊຽນ 2045 ມີຕົ້ນກຳເນີດມາຈາກຂໍ້ລິເລີ່ມຂອງຫວຽດນາມ, ໃນປີເປັນປະທານອາຊຽນ 2020, ປຽບເໝືອນດັ່ງຄຳໝັ້ນສັນຍາອັນຍາວນານຂອງຫວຽດນາມ ກ່ຽວກັບການເຕີບໃຫຍ່ເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອາຊຽນ. ໃນຕະຫຼອດໄລຍະຊຸມປີຕໍ່ມາ, ບັນດາອົງການຂອງອາຊຽນ ດ້ວຍວິທີເຂົ້າເຖິງຢ່າງຮອບດ້ານ ແລະທົ່ວປະຊາຄົມ ໄດ້ດຳເນີນການປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງເພື່ອຊອກຮູ້ ແລະຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງທຸກກຸ່ມ, ທຸກເພດໄວຢູ່ພາກພື້ນ, ຮັບປະກັນຂອບເຂດຍຸດທະສາດພັດທະນາໃໝ່ຕອບສະໜອງຄວາມຫວັງ ແລະຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນ. ວິໄສທັດນີ້ຈະເປີດໜ້າພັດທະນາໃໝ່ໃຫ້ອາຊຽນໃນໄລຍະທາງແຫ່ງການຮ່ວມສໍາພັນພາກພື້ນໃນ 2 ທົດສະວັດຈະມາເຖິງ, ຢືນຢັນຄຳໝັ້ນສັນຍາ ແລະຄວາມຕັດສິນໃຈຂອງບັນດາປະເທດຕາມເສັ້ນທາງສ້າງອາຊຽນໃຫ້ເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະຖືປະຊາຊົນເປັນໃຈກາງ.
ກອງປະຊຸມສະມັດຊາໃຫຍ່ AIPA-46 ແມ່ນການສືບທອດເນື້ອໃນຈິດໃຈດັ່ງກ່າວ ແລະຫັນເປົ້າໝາຍຜ່ານການກະທໍານະໂຍບາຍຂອງອົງການນິຕິບັນຍັດໃຫ້ປະກົດຜົນເປັນຈິງ. ໃນບັນດາການເຄື່ອນໄຫວທີ່ກອງປະຊຸມສະມັດຊາໃຫຍ່ AIPA-46, ທ່ານ ເຈິ່ນແທັງເໝິນ ແລະການນຳບັນດາລັດຖະສະພາສະມາຊິກ AIPA ລ້ວນແຕ່ເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ລວມ, ໃນໂລກທີ່ເຕັມໄປດ້ວຍການຜັນແປຂອງຕ່ອງໂສ້ການສະໜອງ ແລະວິກິດການດິນຟ້າອາກາດນັບມື້ນັບຮ້າຍແຮງ, ອາຊຽນກໍຢູ່ໃນສິ່ງທ້າທາຍເຫຼົ່ານັ້ນ. ຍິ່ງກວ່າເວລາໃດໝົດ, ດ້ວຍພາລະກຳຮັບໃຊ້ໃຫ້ແກ່ການເດີນທາງໃໝ່ຂອງອາຊຽນ, ກອງປະຊຸມສະມັດຊາໃຫຍ່ AIPA-46 ມີໜ້າທີ່ກຳນົດບົດບາດໃຈກາງຂອງລັດຖະສະພາໃນການຊຸກຍູ້ຄວາມສາມັກຄີ, ປັບປຸງກຳລັງແຮງພາຍໃນ ແລະເພີ່ມທະວີການຮ່ວມສຳພັນເພື່ອຜ່ານຜ່າສິ່ງທ້າທາຍຕ່າງໆຢ່າງໜັກແໜ້ນ, ມຸ່ງໄປເຖິງເປົ້າໝາຍໄລຍະຍາວຂອງອາຊຽນ-ພັດທະນາສັນຕິພາບ ແລະວັດທະນາຖາວອນບົນພື້ນຖານກວມລວມ ແລະຍືນຍົງ.
30 ປີແຫ່ງຂີດໝາຍປະຫວັດສາດ ແລະຄວາມຮັບຜິດຊອບປ່ຽນແປງໃໝ່
ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຄັ້ງທຳອິດຂອງກອງປະຊຸມສະມັດຊາໃຫຍ່ AIPA-46, ທ່ານ ເຈິ່ນແທັງເໝິນ ໄດ້ສະແດງຄວາມເຫັນດີເຫັນພ້ອມຢ່າງເລິກເຊິ່ງ ຕໍ່ກັບຫົວຂໍ້ຂອງກອງປະຊຸມຄັ້ງນີ້: “ສະພາແຫ່ງຊາດຢູ່ດ່ານໜ້າເພື່ອອາຊຽນ ເຕີບໂຕກວມລວມ ແລະຍືນຍົງ”. ນີ້ບໍ່ພຽງແຕ່ແມ່ນການເພີ່ມຄວາມໝາຍໃຫ້ຫົວຂໍ້ຂອງປີປະທານອາຊຽນ 2025 - “ກວມລວມ ແລະຍືນຍົງ” ເທົ່ານັ້ນ, ຫາກຍັງແມ່ນການຢືນຢັນຢ່າງແຂງແຮງເຖິງບົດບາດນໍາໜ້າຂອງບັນດາລັດຖະສະພາສະມາຊິກ AIPA ໃນວິວັດທະນາການສ້າງວິໄສທັດປະຊາຄົມອາຊຽນ 2045 ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະຖືປະຊາຊົນເປັນໃຈກາງ.
ສິ່ງທີ່ໜ້າເອົາໃຈໃສ່, ຄຳປາໄສຂອງທ່ານ ເຈິ່ນແທັງເໝິນ ບໍ່ໄດ້ຢຸດຢູ່ທີ່ການຢັ້ງຢືນບົດບາດເທົ່ານັ້ນ, ແຕ່ຍັງໄດ້ສະເໜີບັນດາຈຸດສຸມຂອງການກະທໍາຍຸດທະສາດຢ່າງຈະແຈ້ງ.
ຈາກປະສົບການໃນການພັດທະນາແບບຍືນຍົງຢູ່ພາຍໃນປະເທດ, ຫວຽດນາມ ຍັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງຂອງຕົນໃນບົດບາດນຳໜ້າໃນຫຼາຍຂົງເຂດ, ນັບແຕ່ການຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ພັດທະນາເຕັກໂນໂລຢີ, ການຫັນເປັນດີຈີຕອນ, ການສຶກສາ, ການທ່ອງທ່ຽວ... ຈົນເຖິງການເພີ່ມທະວີການພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈສາມັກຄີ ແລະນໍ້າໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດແນໃສ່ສ້າງປະຊາຄົມອາຊຽນດ້ວຍການຖືເອົາປະຊາຊົນເປັນໃຈກາງຢ່າງແທ້ຈິງ. ເນັ້ນໜັກເຖິງທັດສະນະດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ໃຫ້ຄຳໝັ້ນສັນຍາວ່າ: “ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການ, ເພີ່ມທະວີການເຈລະຈາ ແລະການຮ່ວມມືທຸກຂັ້ນທຸກລະດັບເພື່ອສ້າງປະຊາຄົມອາຊຽນໃຫ້ພັດທະນາແບບກວມລວມ ແລະຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຖືເອົາປະຊາຊົນເປັນໃຈກາງຢ່າງແທ້ຈິງ”.
ຄຳປາໄສຂອງທ່ານປະທານສະພາແຫ່ງຊາດ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະໄດ້ຮັບການຕີລາຄາສູງ. ໃນຄວາມຮູ້ສຶກລວມແລ້ວ, ປີ 2025 ແມ່ນປີທີ່ມີຄວາມໝາຍພິເສດຕໍ່ກັບຫວຽດນາມ: 30 ປີແຫ່ງວັນເຂົ້າເປັນສະມາຊິກຂອງອາຊຽນ, 30 ປີແຫ່ງການເຂົ້າຮ່ວມ AIPA ແລະ10 ປີແຫ່ງວັນສ້າງຕັ້ງປະຊາຄົມອາຊຽນ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນຂີດໝາຍຄວາມຮັບຜິດຊອບເພື່ອໃຫ້ຫວຽດນາມ ສືບຕໍ່ຄຽງບ່າຄຽງໄຫຼ່ ກັບ AIPA ຫັນວິໄສທັດ ແລະຄວາມຄາດຫວັງຂອງອາຊຽນ ໃຫ້ປະກົດຜົນເປັນຈິງ. ທີ່ກອງປະຊຸມສະມັດຊາໃຫຍ່ AIPA-46, ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດສະມາຊິກທີ່ຕັ້ງໜ້າເທົ່ານັ້ນ, ຫາກຍັງເປັນສັນຍາລັກແຫ່ງການຮ່ວມເດີນທາງ, ຂົວເຊື່ອມຕໍ່ແຫ່ງການສ້າງຄວາມຜູກພັນໃນປະຊາຄົມອາຊຽນ. ຫຼັກຖານພະຍານທີ່ຈະແຈ້ງທີ່ສຸດແມ່ນຮ່າງມະຕິທີ່ຫວຽດນາມ ສະເໜີກ່ຽວກັບເສດຖະກິດດີຈີຕອນ ແລະການຫັນເປັນດີຈີຕອນ, ຄວາມໝັ້ນຄົງທາງໄຊເບີ, ເພີ່ມທະວີການຄ້າພາຍໃນກຸ່ມ, ຍົກສູງປະສິດທິຜົນການຮ່ວມມືກັບບັນດາຄູ່ຮ່ວມມື ແລະເສີມຂະຫຍາຍບົດບາດຂອງການທູດລັດຖະສະພາໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນລ້ວນແຕ່ໄດ້ຮັບການຮັບຮອງເອົາຈາກກອງປະຊຸມສະມັດຊາໃຫຍ່ AIPA-46.
ສະພາແຫ່ງຊາດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດເປັນເຈົ້າການ, ມີຄວາມຮັບຜິດຊອບ, ສ້າງສັນ ເພື່ອອາຊຽນເຂັ້ມແຂງດ້ວຍຕົນເອງ. ພາຍຫຼັງ 30 ປີແຫ່ງການຮ່ວມເດີນທາງພ້ອມກັບອາຊຽນ, 30 ປີແຫ່ງການເຂົ້າຮ່ວມ AIPA, ຫວຽດນາມ ຈະສືບຕໍ່ເປັນສະມາຊິກທີ່ຕັ້ງໜ້າ, ສ້າງສັນ ແລະນຳພາ, ພ້ອມກັບບັນດາປະເທດໃນພາກພື້ນຫັນວິໄສທັດອາຊຽນ 2045 ໃຫ້ປະກົດຜົນເປັນຈິງ - ປະຊາຄົມພັດທະນາແບບກວມລວມ, ຍືນຍົງ ແລະບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.
ໂດຍ: ເຈິ່ນຮວ່ຽນ