leftcenterrightdel
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີໄທ ຄົນທີ 32 ຂອງໄທ. ພາບ: THX/ສໍານັກຂ່າວສານຫວຽດນາມ

ໜັງສືພິມ Khmer Times  ໄດ້ລົງຂ່າວວ່າ, ວັນທີ 7 ກັນຍາ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ສົ່ງຈົດໝາຍອວຍພອນໄປຍັງທ່ານ ອະນຸທິນ ຊານວີຣະກຸນ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນທີ 32 ຂອງໄທ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຈະໄດ້ຮັບການປັບປຸງ. ທ່ານນາຍົກລັດຖະມົນຕີ Hun Manet ຢັ້ງຢືນຄວາມສຳຄັນຂອງສັນຕິພາບ, ການຮ່ວມດຳລົງຊີວິດແບບປອງດອງ ແລະວັດທະນາຖາວອນລວມ ສຳລັບສອງປະເທດ. ທ່ານ ສະແດງຄວາມຫວັງວ່າ ລັດຖະບານສອງປະເທດ ຈະສາມາດພ້ອມກັນປັບປຸງການພົວພັນທີ່ມີຄວາມເຄັ່ງຕຶງໃນຊຸມປີມໍ່ໆມານີ້.

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ຊີ້ແຈ້ງວ່າດ້ວຍຄຳໝັ້ນສັນຍາລວມຂອງສອງຝ່າຍໃນການສ້າງການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ, ປະຊາຊົນສອງປະເທດຈະມີຄວາມວັດທະນາຖາວອນ ແລະພັດທະນາໃນຄວາມປອງດອງກັນໄດ້. ການນຳກຳປູເຈຍ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບທ່ານນາຍົກລັດຖະມົນຕີໄທ ຄົນໃໝ່ ເພື່ອຟື້ນຟູສະພາບການການພົວພັນສອງຝ່າຍໃຫ້ເປັນປົກກະຕິ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະຫັນເຂດຊາຍແດນຮ່ວມກາຍເປັນຊາຍແດນແຫ່ງສັນຕິພາບ, ການຮ່ວມມື, ພັດທະນາ ແລະວັດທະນາຖາວອນລວມ.

ແຫຼ່ງຄັດຈາກ: vovworld.vn