ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງອາຊຽນ ກັບອິນເດຍ ແລະ ຍີ່ປຸ່ນ

ຕາມການແບ່ງປັນຂອງທ່ານ Prashant Agarwal ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ເມື່ອບໍ່ດົນມານີ້, ລາວ ດຳລົງຕຳແໜ່ງເປັນປະທານອາຊຽນ 2024, ຫົວຂໍ້ການເຄື່ອນໄຫວຂອງອາຊຽນ ແມ່ນເພີ່ມທະວີການເຊື່ອມຕໍ່ ແລະຄວາມສາມາດຟື້ນຟູ. ອິນເດຍ ແບ່ງປັນການໃຫ້ບູລິມະສິດສູງແກ່ຫົວຂໍ້ດັ່ງກ່າວ. ອິນເດຍ ໄດ້ ແລະພວມເຮັດວຽກກັບອາຊຽນ ເພື່ອຊຸກຍູ້ການເຊື່ອມຕໍ່ໃນຫຼາຍແງ່ມູມ. ທ່ານ Agarwal ຊົມເຊີຍສາຍພົວພັນເຊື່ອມຕໍ່ປະຊາຊົນລະຫວ່າງສອງຝ່າຍ, ພ້ອມທັງຊົມເຊີຍຂໍ້ລິເລີ່ມມະຫາສະໝຸດອິນເດຍ-ປາຊີຟິກ (IPOI) ຂອງອິນເດຍ ໂດຍທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ປະກາດ.

ນອກຈາກການເຊື່ອມຕໍ່ດີຈີຕອນແລ້ວ, ທ່ານເອກອັກຄະລັດຖະທູດ Agarwal ຍັງສະແດງຄວາມເອົາໃຈໃສ່ເປັນພິເສດຕໍ່ການປະສານງານລະຫວ່າງ IPOI ຂອງອິນເດຍ ດ້ວຍວິໄສທັດຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ, ໃນນັ້ນ ລວມມີການເຊື່ອມຕໍ່ປະຊາຊົນເຄີຍມີແງ່ມູມສີວິໄລ ແລະວັດທະນະທຳ, ໄດ້ຮັບການຊຸກຍູ້ຍ້ອນການແລກປ່ຽນນັກທ່ອງທ່ຽວເພີ່ມຂຶ້ນສູງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສອາຊຽນ-ຍີ່ປຸ່ນ ຄັ້ງທີ 39. ພາບ: mofa.gov.vn

ຕາມທ່ານ Agarwal ແລ້ວ, ໃນຂອບເຂດສອງຝ່າຍກໍ່ຄືໃນອາຊຽນ, ລາວ ຖືອິນເດຍ ເປັນປະເທດທີ່ໄດ້ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະຄວາມໝັ້ນຄົງຂອງພາກພື້ນ. ກ່ຽວກັບບັນຫາດັ່ງກ່າວ, ການພົວພັນແລກປ່ຽນຂອງອິນເດຍ ໄດ້ຮັບຄວາມຊົມເຊີຍຢ່າງກວ້າງຂວາງຈາກບັນດາປະເທດອາຊຽນ.

ໃນການເຄື່ອນໄຫວຊຸກຍູ້ຄວາມສະໜິດຕິດພັນ, ເມື່ອທ້າຍເດືອນກ່ອນ, ຢູ່ບາງກອກ, ປະເທດໄທ ໄດ້ດໍາເນີນເວທີປາໄສອາຊຽນ - ຍີ່ປຸ່ນ ປະຈຳປີ ຄັ້ງທີ 39. ທີ່ເວທີປາໄສ, ບັນດາປະເທດໄດ້ກວດກາຄືນສະພາບການຮ່ວມມື, ສະເໜີທິດທາງ ແລະມາດຕະການແນໃສ່ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ - ຍີ່ປຸ່ນ ໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ, ພ້ອມທັງແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ.

ບັນດາປະເທດຊົມເຊີຍກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ຍີ່ປຸ່ນ ທີ່ຈັດຂຶ້ນຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ໃນເດືອນທັນວາ 2023 ປະສົບຜົນສຳເລັດຢ່າງຈົບງາມ, ມີຄວາມໝາຍພິເສດ, ເປີດການຮ່ວມມືໃໝ່ໃນສາຍພົວພັນຄູ່ຮ່ວມມືສອງຝ່າຍໃນໄລຍະພັດທະນາຕໍ່ໄປ.

ເວທີປາໄສໄດ້ຢືນຢັນວ່າ ທັງອາຊຽນ ແລະຍີ່ປຸ່ນ ຖືເປັນສຳຄັນຄຸນຄ່າຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບແຕ່ລະຝ່າຍ ແລະທົ່ວພາກພື້ນ, ເຫັນດີໃຫ້ຂໍ້ສັງເກດວ່າ, ປະຈຸບັນ ການພົວພັນລະຫວ່າງ ອາຊຽນ-ຍີ່ປຸ່ນ ແມ່ນໜຶ່ງໃນບັນດາສາຍພົວພັນທີ່ຂະຫຍັນຂັນເຄື່ອນ, ແທດຈິງ ແລະມີປະສິດທິຜົນທີ່ສຸດໃນການພົວພັນຕ່າງປະເທດຂອງອາຊຽນ. ທີ່ເວທີປາໄສ, ທ່ານ Takehiro Funakoshi ຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ - ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ຍີ່ປຸ່ນ ຢືນຢັນວ່າ: ຍີ່ປຸ່ນ ຍາມໃດກໍ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາຊຽນ, ສະໜັບສະໜູນບົດບາດໃຈກາງ ແລະສົມທົບກັນປະກອບສ່ວນທີ່ຕັ້ງໜ້າໃຫ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກທີ່ເວທີປາໄສ, ບັນດາປະເທດເນັ້ນໜັກເຖິງຄວາມຕ້ອງການເພີ່ມທະວີການສົມທົບກັນເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຮ່ວມມື ແລະການພັດທະນາ, ຍົກສູງການເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນ, ການປະທະກັນລະຫວ່າງບັນດາປະເທດໂດຍສັນຕິວິທີບົນພື້ນຖານກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS 1982).

6 ກຸ່ມມາດຕະການເພື່ອຊຸກຍູ້ການພົວພັນໃຫ້ມີເນື້ອແທ້

ທີ່ກອງປະຊຸມເວທີປາໄສອາຊຽນ-ຈີນ ທີ່ຈັດຂຶ້ນໃນທ້າຍເດືອນມິຖຸນາ, ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ເນັ້ນໜັກວ່າ ວິໄສທັດມຸ່ງໄປເຖິງອະນາຄົດຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ ຕ້ອງປັບຕົວໃຫ້ເໝາະສົມກັບສະພາບພູມສາດການເມືອງພັດທະນາຢ່າງຂະຫຍັນຂັນເຄື່ອນ, ກໍຄືຮັບມືກັບສິ່ງທ້າທາຍຢ່າງທັນການ ແລະຮັບເອົາກາລະໂອກາດ. ທ່ານ Kao Kim Hourn ໄດ້ສະເໜີ 6 ກຸ່ມມາດຕະການເພື່ອສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ມີເນື້ອແທ້ກວ່າ ເພື່ອຜົນປະໂຫຍດຂອງປະຊາຊົນຈີນ ແລະບັນດາປະເທດສະມາຊິກອາຊຽນ.

ກ່ອນອື່ນໝົດແມ່ນເພີ່ມທະວີການພົວພັນດ້ານເສດຖະກິດ. ຕາມທ່ານເລຂາທິການໃຫຍ່ອາຊຽນ ແລ້ວ, ການຮ່ວມມືດ້ານເສດຖະກິດແມ່ນພື້ນຖານຂອງການພົວພັນຈີນ-ອາຊຽນ, ສະນັ້ນ, ຄວາມຈໍາເປັນແມ່ນຕ້ອງແກ້ໄຂຮົ້ວກີດຂວາງປອດພາສີ, ປັບປຸງຄວາມສາມາດຟື້ນຟູຂອງຕ່ອງໂສ້ການສະໜອງ ແລະຊຸກຍູ້ການຄ້າດີຈີຕອນ ແນໃສ່ສ້າງຄວາມສະດວກໃຫ້ການຄ້າ ແລະການລົງທຶນລະຫວ່າງສອງຝ່າຍກວ່າອີກ.

ຕໍ່ຈາກນັ້ນແມ່ນເພີ່ມທະວີການເຊື່ອມຕໍ່. ນີ້ແມ່ນກຳລັງໜູນສຳຄັນຂອງການເຊື່ອມໂຍງ ແລະການພັດທະນາຂອງພາກພື້ນ. ໃນອະນາຄົດ, ບັນດາໂຄງການລະຫວ່າງອາຊຽນ-ຈີນ ຕ້ອງໄດ້ຮັບການຮັບປະກັນດ້ວຍລັກສະນະຍືນຍົງ, ຮອບດ້ານ ແລະສອດຄ່ອງກັບບັນດາບຸລິມະສິດຂອງພາກພື້ນ, ໃນນັ້ນ ສຸມໃສ່ລົງທຶນພື້ນຖານໂຄງລ່າງດີຈີຕອນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສອາຊຽນ-ຈີນ ທີ່ດໍາເນີນຢູ່ນະຄອນຫຼວງ Jakarta, ປະເທດອິນໂດເນເຊຍ. ພາບ: ASEAN

ມາດຕະການທີ 3 ແມ່ນຊຸກຍູ້ການພັດທະນາແບບຍືນຍົງຜ່ານການຮ່ວມມື. ບັນດາຂໍ້ລິເລີ່ມຄືການຮ່ວມມືດ້ານເສດຖະກິດສີຂຽວ ອາຊຽນ-ຈີນ ສາມາດສວມບົດບາດສຳຄັນເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ.

ທີສີ່ແມ່ນຮັບປະກັນສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ເພາະວ່າສັນຕິພາບ ແລະສະຖຽນລະພາບແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງ ແລະຄວາມຈະເລີນຮຸ່ງເຮືອງ ຢູ່ພາກພື້ນ. ໃນນັ້ນ, ທະເລຕາເວັນອອກແມ່ນບັນຫາຈຳເປັນ ແລະຮີບດ່ວນທີ່ທຸກຝ່າຍຕ້ອງຮ່ວມມືຢ່າງແໜ້ນແຟ້ນ, ຕັ້ງໜ້າເຈລະຈາບົນຈິດໃຈສ້າງສັນ ແລະເຄົາລົບກົດໝາຍສາກົນ.

ທີຫ້າແມ່ນຊຸກຍູ້ການແລກປ່ຽນປະຊາຊົນ. ການແລກປ່ຽນວັດທະນະທຳ, ການຮ່ວມມືດ້ານການສຶກສາ ແລະການທ່ອງທ່ຽວແມ່ນສຳຄັນທີ່ສຸດໃນການຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະປັບປຸງນໍ້າໃຈມິດຕະພາບ.

ສຸດທ້າຍແມ່ນຮ່ວມມືແກ້ໄຂສິ່ງທ້າທາຍໃນທົ່ວໂລກ. ຄວາມພະຍາຍາມລວມຂອງອາຊຽນ ແລະຈີນ ສາມາດປະກອບສ່ວນເຂົ້າໃນຄວາມພະຍາຍາມລວມຂອງທ່ົວໂລກໃນຂົງເຂດຕ່າງໆ ຄື: ການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ການຄ້ຳປະກັນດ້ານສະບຽງອາຫານ ແລະການພັດທະນາແບບຍືນຍົງ.

ໂດຍ: ທູຈາງ