ກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ (DG) ແມ່ນກົນໄກຮ່ວມມືສູງສຸດຂອງພາສີອາຊຽນ, ໄດ້ຈັດຂຶ້ນປະຈຳປີ ແລະປ່ຽນຜຽນກັນຈັດຕັ້ງລະຫວ່າງອົງການພາສີອາຊຽນ. ປີນີ້, ກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຄັ້ງທີ 33 ໄດ້ຈັດຂຶ້ນຢູ່ຝູກວ໊ກ (ແຂວງກຽນຢາງ) ຫວຽດນາມ, ໃນລະຫວ່າງວັນທີ 4-6 ມິຖຸນາ. ພາຍຫຼັງພິທີໄຂ, ທ່ານ ຫງວຽນວັນເທາະ ຮອງຫົວໜ້າກົມໃຫຍ່ພາສີຫວຽດນາມ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງກອງປະຊຸມ.

leftcenterrightdel
ທ່ານ ຫງວຽນວັນເທາະ ຮອງຫົວໜ້າກົມໃຫຍ່ພາສີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍທ່ານໃຫ້ຮູ້ເນື້ອໃນພົ້ນເດັ່ນຂອງກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຄັ້ງທີ 33 ?

ທ່ານ ຫງວຽນວັນເທາະ ຮອງຫົວໜ້າກົມໃຫຍ່ພາສີຫວຽດນາມ: ທີ່ກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຄັ້ງທີ 33 ໂດຍພາສີຫວຽດນາມ ເປັນເຈົ້າພາບຈັດຂຶ້ນຢູ່ຝູກວ໊ກ ໃນລະຫວ່າງວັນທີ 4-6 ມິຖຸນາ, ບັນດາຫົວໜ້າກົມໃຫຍ່ພາສີອາຊຽນ ຈະຮ່ວມກັນປຶກສາຫາລືເນື້ອໃນສືບທອດ, ສືບຕໍ່ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 32 ທີ່ຈັດຂຶ້ນຢູ່ໄທ.

ເນື້ອໃນຕົ້ນຕໍລວມມີສາລະບານອັດຕາພາສີລວມຂອງອາຊຽນ, ກົນໄກປະຕູດຽວອາຊຽນ, ລະບົບການຜ່ານແດນພາສີອາຊຽນ, ຂໍ້ຕົກລົງຮັບຮູ້ເຊິ່ງກັນ ແລະກັນກ່ຽວກັບວິສາຫະກິດບຸລິມະສິດອາຊຽນ ແລະບັ້ນຮົບ, ຂໍ້ລິເລີ່ມການຮ່ວມມືຕໍ່ສູ້ຕ້ານການຄ້າເຖື່ອນ ແລະການສໍ້ໂກງດ້ານການຄ້າລວມຂອງອາຊຽນ. ກອງປະຊຸມກໍ່ຈະປຶກສາຫາລື ແລະກໍານົດທິດການຮ່ວມມືດ້ານພາສີໃນໄລຍະຈະມາເຖິງ, ພິເສດແມ່ນກຳນົດທິດສຳລັບແຜນການຍຸດທະສາດພັດທະນາພາສີ (SPCD) ໄລຍະ 2026-2030.

ພາກສ່ວນທີ່ສຳຄັນຂອງກອງປະຊຸມຄັ້ງນີ້ແມ່ນກອງປະຊຸມປຶກສາຫາລືລະຫວ່າງຫົວໜ້າກົມໃຫຍ່ພາສີອາຊຽນ ກັບຫົວໜ້າກົມໃຫຍ່/ຂ້າຫຼວງໃຫຍ່ພາສີຂອງຄູ່ຮ່ວມມືໃນພາກພື້ນລວມມີພາສີຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ  ແລະເລຂາທິການໃຫຍ່ ຈັດຕັ້ງພາສີໂລກແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຊອກຫາແຫຼ່ງກໍາລັງເພື່ອຜັນຂະຫຍາຍຂໍ້ລິເລີ່ມຂອງພາສີອາຊຽນ ໃນໄລຍະຈະມາເຖິງ.

ນັກຂ່າວ: ຂໍທ່ານໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຄັ້ງທີ 33?

ທ່ານ ຫງວຽນວັນເທາະ ຮອງຫົວໜ້າກົມໃຫຍ່ພາສີຫວຽດນາມ: ການເປັນເຈົ້າພາບຈັດຕັ້ງ ແລະເປັນປະທານກອງປະຊຸມສຳຄັນທີ່ສຸດໃນກົນໄກຮ່ວມມືດ້ານພາສີອາຊຽນ ຄັ້ງທີ 33 ປີ 2024 ມີຄວາມໝາຍໃຫຍ່ສຳລັບພາສີຫວຽດນາມ. ຄວາມໝາຍທໍາອິດແມ່ນປະຕິບັດຖືກຕ້ອງຕາມເນື້ອໃນຈິດໃຈຄຳສັ່ງເລກທີ 25-CT/TW ຂອງກົມການເມືອງກ່ຽວກັບການເປັນເຈົ້າການເຂົ້າຮ່ວມ ແລະເສີມຂະຫຍາຍບົດບາດຂອງຫວຽດນາມ ທີ່ກົນໄກຫຼາຍຝ່າຍ, ໃນນັ້ນມີອາຊຽນ. ຫຼັງຈາກນັ້ນ, ສະແດງໃຫ້ເຫັນວ່າ ພາສີຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະປະຕິບັດພັນທະໃນອາຊຽນ ຢ່າງຄົບຖ້ວນ. ຜ່ານນັ້ນຍົກສູງທີ່ຕັ້ງ, ບົດບາດຂອງພາສີຫວຽດນາມ ໃນກົນໄກຮ່ວມມືອາຊຽນ ແລະໃນໂລກ.

ພາສີຫວຽດນາມ ປາດຖະໜາ ແລະຫວັງວ່າ ດ້ວຍການປະກອບສ່ວນໃນຂອບເຂດ ແລະຄວາມສາມາດຂອງຕົນ, ພ້ອມກັບພາສີອາຊຽນ ມຸ່ງໄປເຖິງເປົ້າໝາຍລວມໃນວິວັດການເຊື່ອມໂຍງຂອງພາສີອາຊຽນ, ປະກອບສ່ວນເຂົ້າໃນການສ້າງວິໄສທັດປະຊາຄົມອາຊຽນ 2025 ໃຫ້ສຳເລັດ.

ນັກຂ່າວ: ຂໍທ່ານໃຫ້ຮູ້ກ່ຽວກັບບົດບາດຂອງພາສີຫວຽດນາມ ໃນການຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຄັ້ງທີ 33 ?

ທ່ານ ຫງວຽນວັນເທາະ ຮອງຫົວໜ້າກົມໃຫຍ່ພາສີຫວຽດນາມ: ດ້ວຍບົດບາດເປັນສະມາຊິກພາສີອາຊຽນ, ພາສີຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຕາມພັນທະສະມາຊິກ, ປ່ຽນຜຽນກັນຈັດຕັ້ງກອງປະຊຸມໃນແຕ່ລະປີ.

ດ້ວຍບົດບາດເປັນປະທານພາສີອາຊຽນ ອາຍຸການ 2024-2025, ພາສີຫວຽດນາມ ຈະສືບຕໍ່ເສີມຂະຫຍາຍ, ຍົກລະດັບຕັ້ງໜ້າ ແລະຄວາມຮັບຜິດຊອບເພື່ອປະສານງານອົງການພາສີຂອງບັນດາສະມາຊິກອາຊຽນ, ຊຸກຍູ້ການຜັນຂະຫຍາຍແຜນການຍຸດທະສາດພັດທະນາພາສີ (SPCD) ຖືກຕ້ອງຕາມຄວາມຄືບໜ້າ; ສົ່ງເສີມບັນດາປະເທດເພີ່ມທະວີການແລກປ່ຽນ, ອັບເດດຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການຜັນຂະຫຍາຍຕົວຈິງ, ຮັດແຄບຊ່ອງຫວ່າງລະຫວ່າງອົງການພາສີສະມາຊິກ; ຕັ້ງໜ້າສົມທົບກັບກອງເລຂາອາຊຽນ ເພື່ອປຶກສາຫາລືກັບຄູ່ຮ່ວມມື, ຊອກຫາແຫຼ່ງກໍາລັງໜູນຊ່ວຍທີ່ເໝາະສົມ ເພື່ອຜັນຂະຫຍາຍຂໍ້ລິເລີ່ມຂອງພາສີອາຊຽນ, ພິເສດແມ່ນສໍາລັບເນື້ອໃນຫາກໍ່ພົ້ນເດັ່ນທີ່ກ່ຽວຂ້ອງເຖິງການຄຸ້ມຄອງພາສີ.

ນອກຈາກນັ້ນ, ພາສີຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນການສະເໜີຂໍ້ລິເລີ່ມພາສີສີຂຽວ, ເພີ່ມທະວີການເຊື່ອມຕໍ່ ແລະແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຄວບຄຸມພາສີທີ່ສະເໜີຜັນຂະຫຍາຍໃນໄລຍະຕໍ່ໄປ ຈະປະກອບສ່ວນບັນລຸໄດ້ເປົ້າໝາຍການຮ່ວມມືດ້ານພາສີອາຊຽນ, ປະກອບສ່ວນສ້າງປະຊາຄົມເສດຖະກິດອາຊຽນ ໃຫ້ວັດທະນາຖາວອນ, ຍືນຍົງ, ຫັນວິໄສທັດຂອງອາຊຽນ ກ່ຽວກັບ "ພາກພື້ນແຫ່ງການພັດທະນາ ແລະວັດທະນາຖາວອນໃຫ້ປະຊາຊົນທຸກຄົນ".

ນັກຂ່າວ: ຂໍຂອບໃຈ!

ໂດຍ: ເຈິ່ນຮວ່ຽນ