ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ
ກປ.ອອນໄລ - ວັນທີ 17 ພຶດສະພາ, ຢູ່ນະຄອນຮະລອງ (ແຂວງກວ໋າງນິງ) ໄດ້ດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 20 ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (SOM-DOC). ກ່ອນໜ້ານັ້ນ, ບັນດາປະເທດອາຊຽນ ໄດ້ຈັດກອງປະຊຸມປະສານງານກ່ຽວກັບຫຼັກໝັ້ນ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ອາຊຽນຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຕ່າງໆ.
ກອງປະຊຸມ SOM-DOC ຄັ້ງນີ້ ໄດ້ຈັດຂຶ້ນພາຍຫຼັງທີ່ຖືກໂຈະໄວ້ສອງປີຍ້ອນພະຍາດໂຄວິດ-19, ໂດຍ ມຽນມາ ເປັນປະເທດປະສານງານການພົວພັນອາຊຽນ-ຈີນ ແລະຈີນ ເປັນປະທານຮ່ວມ. ທີ່ກອງປະຊຸມ, ບັນດາປະເທດໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຄຸນຄ່າ ແລະຄວາມສຳຄັນຂອງ DOC ຕໍ່ກັບພາກພື້ນ. ຫຼາຍການເຄື່ອນໄຫວຮ່ວມມືໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຖືກກັບແຜນການ, ໃນນັ້ນມີການຮ່ວມມືປົກປັກຮັກສາສິ່ງແວດລ້ອມທະເລ, ຄົ້ນຄວ້າວິທະຍາສາດທະເລ, ການປະພຶດມະນຸດສະທຳ ແລະທ່ຽງທຳຕໍ່ກັບຊາວປະມົງ, ຊອກຫາ, ກູ້ໄພຢູ່ທະເລ... ບັນດາປະເທດ ກໍ່ຮັບຮູ້ການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນ DOC ທີ່ໄດ້ດໍາເນີນໃນປີ 2022.
    |
 |
ທ່ານ ຫວູໂຮ່ ເອກອັກຄະລັດຖະທູດ, ຮັກສາການຫົວໜ້າ SOM ອາຊຽນຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ |
ຄຽງຂ້າງກັນນັ້ນ, ບັນດາປະເທດກໍ່ແບ່ງປັນຄວາມວິຕົກກັງວົນກ່ຽວກັບການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກໃນໄລຍະຜ່ານມາ, ໄດ້ສົ່ງຜົນສະທ້ອນເຖິງສິດ ແລະຜົນປະໂຫຍດອັນຊອບທຳຂອງບັນດາປະເທດແຄມທະເລຕາເວັນອອກ, ຕາມນັ້ນແລ້ວໄດ້ເນັ້ນໜັກວ່າ ອາຊຽນ ແລະຈີນ ຍິ່ງຕ້ອງປະຕິບັດ DOC ຢ່າງເຂັ້ມງວດ, ປະຕິບັດທຸກມາດຕາຂອງ DOC ຢ່າງມີປະສິດທິຜົນ ແລະຄົບຖ້ວນ. ບັນດາປະເທດກໍ່ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ; ເຄົາລົບບັນດາຫຼັກການ, ຄື: ປະຕິບັດການລະງັບໃຈ, ບໍ່ນຳໃຊ້ ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ໂດຍ: ແສງເດືອນ