ນັກຂ່າວ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໄດ້ດຳເນີນໃນລະຫວ່າງວັນທີ 10-11 ພຶດສະພາ ບັນລຸໄດ້ໝາກຜົນຄືແນວໃດ, ຂໍຮຽນທ່ານລັດຖະມົນຕີ?

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ທີ່ກອງປະຊຸມ, ການນຳອາຊຽນ ໄດ້ເຫັນດີເປັນເອກະພາບຫຼາຍການກຳນົດທິດສຳຄັນໃນການຮ່ວມມືອາຊຽນ ປີ 2023 ແລະໃນຊຸມປີຈະມາເຖິງ. ບັນດາການແລກປ່ຽນໄດ້ດຳເນີນປິ່ນອ້ອມຫົວຂໍ້ “ອາຊຽນ ດ້ວຍຂອບຂະໜາດ: ຈຸດໃຈກາງຂອງການເຕີບໂຕ”. ໝາກຜົນຂອງກອງປະຊຸມໄດ້ສົ່ງຫຼາຍສານໃຫຍ່ອອກໄປ. ທີໜຶ່ງ, ຈິດໃຈສາມັກຄີ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເປັນເຈົ້າຕົນເອງດ້ານຍຸດທະສາດໄດ້ສ່ອງແສງໃຫ້ເຫັນຢ່າງຊັດເຈນໃນບົດກ່າວປາໄສຂອງບັນດາປະເທດ. ບັນດາການນຳລ້ວນແຕ່ເຫັນດີເປັນເອກະພາບວ່າ ນີ້ແມ່ນກຳລັງແຮງ, ແມ່ນກຳລັງໜູນ ແລະກໍ່ແມ່ນທິດນຳເພື່ອໃຫ້ອາຊຽນ ຮັກສາຖານະບົດ, ທີ່ຕັ້ງ ແລະຮູບພາບໃນພາກພື້ນ ແລະໃນໂລກ. ອາຊຽນ ຈະແມ່ນກຳລັງໃຈກາງໃນວິວັດທະນາການປັບປຸງສັນຕິພາບ, ຮັກສາສັນຕິພາບ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະກວ້າງຂວາງກວ່າແມ່ນ ອາຊີ-ມະຫາສະໝຸດອິນເດຍ-ປາຊີຟິກ.

ທີສອງ, ອາຊຽນ ມີເງື່ອນໄຂກາຍເປັນຈຸດໃຈກາງຂອງການເຕີບໂຕທີ່ບັນດາປະເທດກໍ່ຖືເປັນສຳຄັນ. ເສດຖະກິດທົ່ວໂລກບໍ່ໝັ້ນຄົງ, ພູມສາດການເມືອງມີການຜັນແປ, ສິ່ງທ້າທາຍ, ຄວາມຫຍຸ້ງຍາກມາກມາຍກ່າຍກອງກັນຂຶ້ນແຕ່ວ່າ ອາຊຽນ ມີການເຕີບໂຕຢູ່ລະດັບສູງ, ເຖິງ 5,5% ໃນປີຜ່ານມາ, ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ. ເຖິງຢ່າງໃດກໍ່ຕາມ, ບັນດາປະເທດກໍ່ຖືວ່າຍັງບໍ່ທັນປະມາດໄດ້, ຕ້ອງຍູ້ແຮງການຮ່ວມມືໃນບາງຂົງເຂດໃໝ່, ຍຸດທະສາດເປັນຕົ້ນແມ່ນການເພີ່ມທະວີການຄ້າ, ການລົງທຶນພາຍໃນກຸ່ມ, ຫັນປ່ຽນດີຈີຕອນ, ພັດທະນາຍືນຍົງ, ຫັນປ່ຽນສີຂຽວ, ພະລັງງານທົດແທນ...

leftcenterrightdel
ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42. ພາບ: ສຳນັກຂ່າວສານຫວຽດນາມ

ທີສາມ, ຜົນປະໂຫຍດຂອງປະຊາຊົນໄດ້ຖືວ່າແມ່ນເປົ້າໝາຍສູງທີ່ສຸດ, ແມ່ນຈຸດໃຈກາງຂອງປະຊາຄົມອາຊຽນ. ບັນດາເນື້ອໃນທີ່ໄດ້ປຶກສາຫາລື, ບັນດາເອກະສານຂອງກອງປະຊຸມ ຄັ້ງນີ້ ແມ່ນໄດ້ປິ່ນອ້ອມຜົນປະໂຫຍດຂອງປະຊາຊົນ, ມຸ່ງໄປເຖິງການພັດທະນາແບບສະໝ່ຳສະເໝີ, ຍືນຍົງ ແລະກວມລວມ. ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາຖະແຫຼງການຂອງການນຳຂັ້ນສູງ, ທຸກສິ່ງທຸກຢ່າງແມ່ນແທດຈິງ, ມຸ່ງໄປສູ່ປະຊາຄົມ, ຄື: ຜູ້ອອກແຮງງານອົບພະຍົບ, ເຄືອຂ່າຍບ້ານຊ່ອງ, ພັດທະນາຊົນນະບົດ...

ໃນໄລຍະດຳເນີນກອງປະຊຸມ, ບັນດາການນຳກໍ່ສະຫງວນເວລາຮັບຟັງຄຳເຫັນຂອງບັນດາວົງການຕ່າງໆໃນອາຊຽນ, ຄື: ສະພາແຫ່ງຊາດ, ຊາວໜຸ່ມ, ວິສາຫະກິດ ແລະກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2025. ບັນດາບົດປະກອບຄຳເຫັນມີຈຸດສຸມທີ່ສຸດ, ລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຮ່ວມແຮງຮ່ວມໃຈສ້າງປະຊາຄົມມຸ່ງໄປສູ່ປະຊາຊົນ ແລະຖືປະຊາຊົນເປັນໃຈກາງ.

ນັກຂ່າວ: ການປະກອບສ່ວນຂອງຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມຄັ້ງນີ້ເປັນຄືແນວໃດ ຂໍຮຽນທ່ານລັດຖະມົນຕີ?

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄປເຖິງ Labuan Bajo ຄັ້ງນີ້ ໄດ້ນໍາເອົາສານສຳຄັນຫຼາຍສະບັບ. ນັ້ນແມ່ນຈິດໃຈສາມັກຄີອາຊຽນ, ຕັດສິນໃຈປະກອບສ່ວນແທດຈິງ, ມີປະສິດທິຜົນໃນກິດຈະການສ້າງປະຊາຄົມອາຊຽນ ແລະກໍ່ແມ່ນການຢັ້ງຢືນແນວທາງທີ່ສະເໝີຕົ້ນສະເໝີປາຍ, ແຜນນະໂຍບາຍທີ່ເປັນເອກະພາບຂອງພັກ ແລະລັດຫວຽດນາມ, ຖືອາຊຽນ ແມ່ນພາກສ່ວນສຳຄັນ, ບໍ່ສາມາດຕັດແຍກອອກໃນນະໂຍບາຍພົວພັນຕ່າງປະເທດ.

ບົນເນື້ອໃນຈິດໃຈດັ່ງກ່າວ, ບັນດາບົດປະກອບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລ້ວນແຕ່ມຸ່ງໄປເຖິງການລິເລີ່ມແນວຄວາມຄິດ, ປູກຈິດສຳນຶກໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ແກ້ໄຂແຫຼ່ງກຳລັງໃຫ້ແກ່ການພັດທະນາຂອງປະຊາຄົມອາຊຽນ. ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກຫຼາຍຂໍ້ສະເໜີທີ່ກອງປະຊຸມຕ່າງໆ.

ທີໜຶ່ງ, ສາມັກຄີ, ເອກະພາບ, ເອກະລາດ, ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເສີມຂະຫຍາຍບົດບາດໃຈກາງຢ່າງແຮງແມ່ນຄຸນຄ່າຂອງພື້ນຖານການສ້າງຄວາມສຳເລັດຂອງອາຊຽນ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ຄວາມສາມັກຄີແມ່ນກຳລັງແຮງຢ່າງມະຫາສານ, ຕ້ອງສະແດງອອກຜ່ານເຈດຈຳນົງ ແລະ ການກະທຳຢ່າງລະອຽດ. ປັບປຸງຄວາມສາມັກຄີ ແລະຄວາມເປັນເອກະພາບ ເປັນໜ້າທີ່ຫຼັກແຫຼ່ງແກ່ນສານໃຫ້ແກ່ອາຊຽນ ເອກະລາດ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຕອບສຳພາດຕໍ່ສື່ມວນຊົນ. ພາບ: ສຳນັກຂ່າວສານຫວຽດນາມ

ທີສອງ, ຊຸກຍູ້ການເຊື່ອມຕໍ່ພາກພື້ນໃນທັງ 3 ດ້ານ: ລະບອບລະບຽບການ, ພື້ນຖານໂຄງລ່າງ ແລະມະນຸດ ເພື່ອແກ້ໄຂບັນດາຂໍ້ຄົງຂ້າງໃນການຮ່ວມມື ແລະປຸກລຸກກຳລັງຄວາມສາມາດບົ່ມຊ້ອນໃນການພັດທະນາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນ 3 ບຸກທະລຸຍຸດທະສາດ ເພື່ອສ້າງກຳລັງພັດທະນາຢ່າງແຮງກວ່າໃຫ້ອາຊຽນ ໃນທົດສະວັດຈະມາເຖິງ.

ໃນສະພາບການເສດຖະກິດທົ່ວໂລກຊ້ອນແຝງໄປດ້ວຍຄວາມສ່ຽງ, ຂາດສະຖຽນລະພາບ, ເພື່ອຊຸກຍູ້ການຟື້ນຟູ ແລະພັດທະນາແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງການເປີດກວ້າງຕະຫຼາດຢູ່ພາຍໃນກຸ່ມ, ສະເໜີມານະພະຍາຍາມເຈລະຈາຍົກລະດັບສັນຍາການຄ້າສິນຄ້າອາຊຽນ, ຜັນຂະຫຍາຍໂຄງການເຊື່ອມຕໍ່ພາກພື້ນຢ່າງຄົບຊຸດ ແລະເດັດຂາດ, ສ້າງບາດກ້າວຫັນປ່ຽນກ່ຽວກັບຄຸນນະພາບໃຫ້ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະການທ່ອງທ່ຽວ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເອົາໃຈໃສ່ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ, ລັດຖະບານດີຈີຕອນ, ເສດຖະກິດໝູນວຽນ, ພ້ອມກັບການເຊື່ອມຕໍ່ເຄືອຂ່າຍໄຟຟ້າ, ພັດທະນາພະລັງງານທົດແທນ, ສ້າງບັນດາຍຸດທະສາດໃນໄລຍະຍາວກ່ຽວກັບການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ, ຜ່ານການຍົກສູງປະສິດທິຜົນການຜັນຂະຫຍາຍຂໍ້ຕົກລົງຮັບຮອງກັນກ່ຽວກັບແຮງງານໃນອາຊີບຈຳນວນໜຶ່ງຂອງອາຊຽນ.

ທີສາມ, ຕິດແທດກັບຈິດໃຈຫຼັກແຫຼ່ງຂອງອາຊຽນ ແມ່ນຖືປະຊາຊົນເປັນໃຈກາງ, ເປົ້າໝາຍ ແລະກຳລັງໜູນຂອງການກໍ່ສ້າງປະຊາຄົມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຕ້ອງເອົາໃຈໃສ່ຊຸກຍູ້ຄວາມມານະພະຍາຍາມຮັດແຄບໄລຍະຫ່າງພັດທະນາ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ ແລະອະນຸພາກພື້ນ. ການຮ່ວມມືອະນຸພາກພື້ນຕ້ອງໄດ້ຕິດພັນກັບລາຍການຮ່ວມມືລວມຂອງປະຊາຄົມອາຊຽນ ໃນທຸກຂົງເຂດ, ເພື່ອເປີດກວ້າງການພັດທະນາໃຫ້ກວ້າງຂວາງກວ່າເກົ່າ ແລະຮັບປະກັນຊີວິດທີ່ດີງາມກວ່າໃຫ້ປະຊາຊົນທຸກຄົນ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳ ໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນຫາພາກພື້ນ ແລະສາກົນ, ຢັ້ງຢືນຄືນໃໝ່ຫຼັກໝັ້ນຂອງອາຊຽນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ ທັງແມ່ນຜົນປະໂຫຍດ, ທັງແມ່ນຄວາມຮັບຜິດຊອບຂອງທຸກປະເທດ, ສະເໜີໃຫ້ຊຸກຍູ້ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສູ້ຊົນບັນລຸໃຫ້ໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ບັນດາຂໍ້ສະເໜີ ແລະການປະກອບສ່ວນທີ່ກ່າວມາຂ້າງເທິງນັ້ນຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ ແລະຕີລາຄາສູງຈາກຜູ້ແທນ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບການນຳບັນດາປະເທດອາຊຽນ ເພື່ອກວດກາຄືນການປະຕິບັດບັນດາຂໍ້ຕົກລົງ, ແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນ, ເປີດໂອກາດໃໝ່ນຳການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ-ການສຶກສາ, ພົບປະແລກປ່ຽນປະຊາຊົນ... ລະຫວ່າງຫວຽດນາມ ກັບບັນດາປະເທດອາຊຽນ ໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ ແລະແທດຈິງ.

ນັກຂ່າວ: ຂອບໃຈ

ໂດຍ: ແສງເດືອນ