ລາຍການດັ່ງກ່າວແມ່ນບ່ອນເຕົ້າໂຮມບັນດານັກອອກແບບ, ນັກສິລະປິນທີ່ມາຈາກ 3 ພາກ ເໜືອ-ກາງ-ໃຕ້, ນຳມາເຊິ່ງບັນດາລາຍການສະແດງທີ່ໄດ້ຮັບການກະກຽມຢ່າງພິຖິພິຖັນ, ບ່ອນທີ່ຊຸດເສື້ອຍາວ ໄດ້ປະກົດຂຶ້ນຄືດັ່ງສັນຍາລັກແຫ່ງການແລກປ່ຽນວັດທະນະທຳປະເພນີ ກັບຄວາມທັນສະໄໝ, ເຊື່ອມຕໍ່ຮ່າໂນ້ຍ ກັບທຸກເຂດພາກໃນທົ່ວປະເທດ.

leftcenterrightdel
ພາບປະກອບ: hanoi.gov.vn

ໄປຄຽງຄູ່ກັບເຂດວາງສະແດງ ແລະການລົງຕົວຈິງ, ແຕ່ວັນທີ 6-9 ພະຈິກ, ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ປີ 2025 ຍັງມີຫຼາຍລາຍການສະແດງທີ່ພົ້ນເດັ່ນ, ບ່ອນທີ່ມະຫາຊົນສາມາດເຂົ້າຮ່ວມ, ຮັບຊົມ ແລະ ແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວຫວຽດນາມ ໂດຍກົງ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ, ເນັ້ນໜັກວ່າ: “ງານບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ ໄດ້ຈັດຂຶ້ນປະຈຳປີປະກອບສ່ວນແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າຂອງຊຸດເສື້ອຍາວໃນຊີວິດສັງຄົມ, ບໍ່ພຽງແຕ່ນຳຊຸດເສື້ອຍາວກາຍເປັນພາບພົດທີ່ເປັນຕົວແທນໃຫ້ແກ່ຄວາມງາມແບບສຸພາບຮຽບຮ້ອຍຂອງຊາວຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນທູດທ່ອງທ່ຽວເຊື່ອມຕໍ່ເພື່ອນມິດໃນ 5 ທະວີບອີກດ້ວຍ. ນີ້ກໍແມ່ນໂອກາດເພື່ອໂຄສະນາພາບພົດຂອງຮ່າໂນ້ຍ ໄປເຖິງເພື່ອນມິດສາກົນຢ່າງເລິກເຊິ່ງ, ປະກອບສ່ວນປະຕິບັດເປົ້າໝາຍພັດທະນາການທ່ອງທ່ຽວນະຄອນຫຼວງສີຂຽວ ແລະ ຍືນຍົງ”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ