ໂຄງການໂດຍ WHO ນຳໜ້າ, ສົມທົບກັບ UNICEF, UNRWA ແລະກະຊວງສາທາລະນະສຸກກາຊາ ຈະປະຕິບັດການສັກວັກຊິນໃຫ້ເດັກນ້ອຍ, ລວມມີວັກຊິນຫຼາຍຊະນິດ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ຮຽກຮ້ອງໃຫ້ຮັກສາຄຳສັ່ງຢຸດຍິງເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການເຄື່ອນໄຫວມະນຸດສະທຳ. ໂຄງການກໍ່ລວມມີການສ້ອມແປງຮາກຖານສາທາລະນະສຸກ 20 ແຫ່ງທີ່ຖືກເປ່ເພ, ຟື້ນຟູການບໍລິການສາທາລະນະສຸກ ແລະ ສ້າງພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn