CNN ຈັດປະເທດລາວ ເຂົ້າບັນຊີລາຍຊື່ 23 ສະຖານທີ່ທ່ອງທ່ຽວດີທີ່ສຸດໃນປີ 2023
ກປ.ອອນໄລ - ວັນທີ 2 ມັງກອນ, ຊ່ອງໂທລະພາບ CNN ຂອງອາເມລິກາ ໄດ້ຈັດປະເທດລາວ ເຂົ້າບັນຊີລາຍຊື່ 23 ສະຖານທີ່ທ່ອງທ່ຽວດີທີ່ສຸດຂອງໂລກ ໃນປີ 2023.
CNN ໃຫ້ຮູ້ວ່າ, ໂດຍຕິດກັບບັນດາປະເທດ: ໄທ, ກໍາປູເຈຍ, ຫວຽດນາມ ແລະຈີນ, ນັບແຕ່ດົນມາແລ້ວ, ລາວ - ປະເທດບໍ່ມີທະເລໄດ້ກາຍເປັນສະຖານທີ່ທ່ອງທ່ຽວສໍາລັບນັກທ່ອງທ່ຽວນິຍົມທ່ຽວຄົ້ນຫາອາຊີຕາເວັນອອກ.
    |
 |
ປະຊາຊົນໄປມາຕາມຖະໜົນຫົນທາງຢູ່ວຽງຈັນ, ປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ເລື່ອງປະເທດລາວ ເປີດການນໍາໃຊ້ເສັ້ນທາງລົດໄຟໃນທ້າຍປີ 2021 ໄດ້ເຮັດໃຫ້ການເຂົ້າເຖິງຫຼາຍແຂວງຢູ່ພາກເໜືອຂອງລາວ ງ່າຍດາຍກວ່າ, ບໍ່ຕ້ອງເສຍຫຼາຍເວລາຂ້າມຜ່ານເສັ້ນທາງຄົດລ້ຽວເຂດພູດອຍຄືໃນເມື່ອກ່ອນ.
ເລື່ອງ CNN ຈັດປະເທດລາວ ເຂົ້າບັນຊີລາຍຊື່ສະຖານທີ່ທ່ອງທ່ຽວດີທີ່ສຸດໃນປີ 2023 ອີກຄັ້ງໜຶ່ງໄດ້ເຮັດໃຫ້ປະເທດນີ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດີໃນທ່ົວໂລກ. ຫວ່າງແລ້ວນີ້, ວາລະສານ National Geographic ກໍໄດ້ເລືອກເຟັ້ນລາວ ແມ່ນ 1 ໃນຈຳນວນ 25 ສະຖານທີ່ທ່ອງທ່ຽວເປັນໜ້າແວ່ຢາມໃນປີ 2023.
ໂດຍ: ທູຈາງ