leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັດຄະລັດຖະທູດ ເຈິ່ນດຶກບິ່ງ, ຜູ້ຮັກສາການຫົວໜ້າ SOM ASEAN ຫວຽດນາມ, ນຳໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ. ບັນດາກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນພິເສດດຳເນີນພາຍຫຼັງສອງສາມອາທິດທີ່ດຳເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ດ້ວຍຫຼາຍໝາກຜົນທີ່ມີຄວາມໝາຍປະຫວັດສາດ, ເປີດໄລຍະພັດທະນາໃໝ່ຂອງອາຊຽນ. ໂດຍຜັນຂະຫຍາຍຂໍ້ຕົກລົງຂອງບັນດາການນຳ, ບັນດາທ່ານລັດຖະມົນຕີ ຈະປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບການກຳນົດທິດ ແລະວິທີການນຳວິໄສທັດປະຊາຄົມອາຊຽນ ປີ 2045 ພ້ອມກັບບັນດາຍຸດທະສາດການຮ່ວມມືເຂົ້າໃນການຜັນຂະຫຍາຍໃນຕົວຈິງ. ຫັນບັນດາບາດກ້າວເປັນລະອຽດເພ່ືອໃຫ້ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກອາຊຽນ.

ຕາມແຜນການແລ້ວ, ວັນທີ 8 ກໍລະກົດ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ  ຈະນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມ AMM-58, ລວມມີການໂອ້ລົມສົນທະນາລະຫວ່າງບັນດາລັດຖະມົນຕີການຕ່າງປະເທດອາຊຽນ ກັບຄະນະກຳມະການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ແລະກອງປະຊຸມຄະນະກຳມະການ SEANWFZ. ນີ້ເປັນຄັ້ງທີ 5 ທີ່ມາເລເຊຍ ຮັບບົດບາດເປັນປະທານອາຊຽນ ດ້ວຍຫົວຂໍ້ປີນີ້ ແມ່ນ “ກວມລວມ ແລະໝັ້ນຄົງ”.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ