ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ມາຣິດ ສະງ່ຽມພົງ ຢັ້ງຢືນວ່າ ບັນດາການປຶກສາຫາລືໂດຍກົງລະຫວ່າງບັນດາປະເທດແມ່ນວິທີການສຳຜັດທີ່ມີປະສິດທິຜົນທີ່ສຸດ ເພື່ອແນໃສ່ແກ້ໄຂຄວາມເຄັ່ງຕຶງ. ທ່ານເນັ້ນໜັກວ່າ ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ແລະທ່ານນາຍົກລັດຖະມົນຕີກຳປູເຈຍ Hun Manet  ໄດ້ປຶກສາຫາລືກ່ຽວກັບບັນດາບັນຫານີ້ຢ່າງລຽນຕິດ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດກ່ຽວກັບການເຈລະຈາແບບເຊິ່ງໜ້າ.

leftcenterrightdel
ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດໄທ . ພາບ: vov.vn

ທ່ານລັດຖະມົນຕີການຕ່າງປະເທດໄທ ໄດ້ເນັ້ນໜັກເປັນພິເສດເຖິງບົດບາດສຳຄັນຂອງສາມກົນໄກສອງຝ່າຍທີ່ໄດ້ສ້າງຂຶ້ນ, ລວມມີ: ຄະນະກຳມະການຊາຍແດນຮ່ວມ, ຄະນະກຳມະການຊາຍແດນທົ່ວໄປ ແລະຄະນະກຳມະການຊາຍແດນພາກພື້ນ; ພ້ອມທັງຫວັງວ່າ ບັນດາກົນໄກນີ້ ຈະສືບຕໍ່ໄດ້ຮັບການສ້າງ ແລະເປີດກວ້າງ, ພິເສດແມ່ນພາຍຫຼັງຜົນສຳເລັດໃນຄວາມພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງຂອງບັນດາກຳລັງທະຫານສອງປະເທດຢູ່ເຂດຊາຍແດນ.

ແຫຼ່ງຄັດຈາກ: vovworld.vn