ກຳປູເຈຍ ສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ
ວັນທີ 28 ມິຖຸນາ, ຢູ່ສຳນັກງານສູນກາງພັກປະຊາຊົນກຳປູເຈຍ (CPP), ທີ່ນະຄອນຫຼວງ ພະນົມເປັນ, ໄດ້ຈັດພິທີມິດຕິງສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງພັກ CPP (28 ມິຖຸນາ 1951 - 28 ມິຖຸນາ 2025).
ເຫດການໂດຍມີການເຂົ້າຮ່ວມຂອງຜູ້ແທນ 10.000 ທ່ານ ເຊິ່ງແມ່ນການນຳ, ເຈົ້າໜ້າທີ່ຕາງໜ້າບັນດາອົງການ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາໝູ່ຄະນະຈັດຕັ້ງ, ສາສະໜາ… ທ່ານ ຫງວຽນມິນຫວູ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກກຳປູເຈຍ ໄດ້ເຂົ້າຮ່ວມເຫດການ.
    |
 |
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ພິທີ, ທ່ານ Hun Sen ປະທານ CPP ໄດ້ທົບທວນຄືນປະຫວັດສາການສ້າງຕັ້ງ ແລະພັດທະນາຂອງ CPP. ໃນໄລຍະ 74 ປີຜ່ານມາ, ໃນຕົວຈິງຊີ້ໃຫ້ເຫັນວ່າ CPP ແມ່ນກຳລັງການເມືອງໜຶ່ງດຽວຍາມໃດກໍ່ສະໜິດຕິດພັນ, ຮ່ວມທຸກຮ່ວມສຸກກັບປະຊາຊົນກຳປູເຈຍ ໃນບໍ່ວ່າເວລາໃດ, ບົນພື້ນຖານຢືດໝັ້ນກັບເປົ້າໝາຍ ແລະອຸດົມຄະຕິຂອງຕົນ. ນັ້ນແມ່ນເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດ, ບໍ່ຈຳແນກພາກສ່ວນຊົນເຜົ່າ, ຍິງ-ຊາຍ, ພາສາ, ສາສະໜາ… ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງສັນປະເທດກຳປູເຈຍ ເອກະລາດ, ສັນຕິພາບ, ເສລີ, ປະຊາທິປະໄຕ, ເປັນກາງ ແລະຄວາມກ້າວໜ້າຂອງສັງຄົມ.
ແຫຼ່ງຄັດຈາກ: vovworld.vn