ຄວາມເຄັ່ງຕຶງຢູ່ເຂດຊາຍແດນ ໄທ - ກຳປູເຈຍ: ອາຊຽນ ລົງມືແກ້ໄຂ, ໄທ ຊ້ອມຮົບຍົກຍ້າຍປະຊາຊົນ
ຕອນບ່າຍວັນທີ 6 ມິຖຸນາ, ທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ, ປະທານອາຊຽນ ໄດ້ມີການປຶກສາຫາລືແບບທາງໄກໂດຍດ່ວນກັບທ່ານນາງນາຍົກລັດຖະມົນຕີໄທ ແພທອງທານ ຊິນນະວັດ ແລະທ່ານນາຍົກລັດຖະມົນຕີກຳປູເຈຍ Hun Manet ກ່ຽວກັບການຂັດແຍ້ງກັນຢູ່ເຂດຊາຍແດນ ເຊິ່ງພວມເກີດຂຶ້ນລະຫວ່າງ ໄທ ແລະກຳປູເຈຍ.