ລາວ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວກັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ
ກປ.ອອນໄລ - ວັນທີ 24 ມິຖຸນາ, ຢູ່ທີ່ແຂວງຫຼວງພະບາງ, ປະເທດລາວ, ໄດ້ເປີດງານວາງສະແດງຜະລິດຕະພັນການທ່ອງທ່ຽວກ່ຽວກັບວັດທະນະທໍາ, ທໍາມະຊາດ ແລະກະສິກໍາ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສການທ່ອງທ່ຽວແມ່ນໍ້າຂອງ 2025 ທີ່ພວມດໍາເນີນຢູ່ປະເທດລາວ.
ງານວາງສະແດງຄັ້ງນີ້ໂດຍມີຈຳນວນ 17 ຮ້ານ, ນຳສະເໜີບັນດາຜະລິດຕະພັນການທ່ອງທ່ຽວຈາກ 6 ປະເທດອະນຸພາກພື້ນແມ່ນ້ຳຂອງ, ລວມມີ: ລາວ, ມຽນມາ, ກຳປູເຈຍ, ໄທ, ຈີນ, ຫວຽດນາມ ແລະບັນດາບໍລິສັດການທ່ອງທ່ຽວຂອງລາວ.
ທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງວັດທະນະທຳ ແລະການທ່ອງທ່ຽວລາວ ໃຫ້ຮູ້ວ່າ ງານວາງສະແດງດັ່ງກ່າວບໍ່ພຽງແຕ່ແມ່ນໂອກາດ ເພື່ອໃຫ້ບັນດາພາກສ່ວນກ່ຽວຂ້ອງໃນພາກພື້ນແມ່ນໍ້າຂອງ ໄດ້ພົບປະ, ແລກປ່ຽນ ແລະໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວຂອງລາວ ເທົ່ານັ້ນ, ຫາກຍັງເປັນໂອກາດ ເພື່ອໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວພື້ນເມືອງຂອງລາວ ໃຫ້ແກ່ນັກທ່ອງທ່ຽວ, ກໍຄືເປີດກວ້າງການຮ່ວມມືດ້ານການທ່ອງທ່ຽວກັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ອີກດ້ວຍ, ຜ່ານນັ້ນນັບມື້ນັບດຶງດູດນັກທ່ອງທ່ຽວມາທ່ຽວລາວ ໃຫ້ຫຼາຍຂຶ້ນ.
    |
 |
ຫຼວງພະບາງ ເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ ທີ່ມີຊື່ສຽງຂອງປະເທດລາວ. ພາບ: vov.vn |
ທ່ານ ພູທອນ ດາລາລົມ ໃຫ້ຮູ້ຕື່ມອີກວ່າ “ເປົ້າໝາຍຂອງບັ້ນໂຄສະນາຄັ້ງນີ້ແມ່ນມຸ່ງໄປເຖິງການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວສີຂຽວໃນລະດູຝົນ - ໜຶ່ງໃນບັນດາທ່າແຮງສໍາຄັນ ເພື່ອໃຫ້ພວກຂ້າພະເຈົ້າ ດຶງດູດນັກທ່ອງທ່ຽວ, ເພາະວ່າລະດູຝົນຢູ່ລາວ ມີຈຸດພິເສດສະເພາະເມື່ອທຽບໃສ່ກັບບັນດາປະເທດລຸ່ມແມ່ນ້ຳຂອງ, ເຊັ່ນ: ທິວທັດທຳມະຊາດສີຂຽວ, ອາຫານທ້ອງຖິ່ນທີ່ອຸດົມສົມບູນ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາ...”.
ລະດູການທ່ອງທ່ຽວສີຂຽວແມ່ນໜຶ່ງໃນບັນດາຫົວຂໍ້ສຳຄັນທີ່ລາວ ໄດ້ສະເໜີ ເພື່ອໃຫ້ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງຮ່ວມກັນຈັດຕັ້ງປະຕິບັດໃນຂອບເຂດການຮ່ວມມືການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ. ດ້ວຍເປົ້າໝາຍດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວລາວ ເປັນຈໍານວນຫຼວງຫຼາຍໃນປີ 2025, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຜັນຂະຫຍາຍປະຕິບັດແຜນຍຸດທະສາດມຸ່ງໄປເຖິງເປົ້າໝາຍກໍ່ສ້າງຕົວເມືອງສີຂຽວ, ສະອາດ, ປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ.
ໂດຍ: ໄຊຊະນະ