leftcenterrightdel
ພາບປະກອບຈາກ: tapchicongthuong.vn

ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຫນູນຊ່ວຍຫວຽດນາມ ສ້າງຕັ້ງສູນ Hala, ຊຶ່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍກໍ່ຄືເປີດກວ້າງຂອບເຂດຮ່ວມມືດ້ານການຄ້າຂອງມາເລເຊຍ ໃນທ່ົວໂລກ. ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 103 ປີແຫ່ງວັນສ້າງຕັ້ງ PVATM ຊຶ່ງດຳເນີນໃນວັນທີ 16 ມິຖຸນາ ຢູ່ ກົວລາລຳເປີ, ທ່ານ Datuk Shaharuddin Omar ປະທານສະຫະສະມາຄົມໃຫ້ຮູ້ວ່າ: ແຜນການໄດ້ຮັບການຜັນຂະຫຍາຍດ້ວຍການຫນູນຊ່ວຍຈາກສະມາຄົມນັກຮົບເກົ່າ ຫວຽດນາມ. ການຮ່ວມມືລະຫວ່າງ 2 ສະມາຄົມໄດ້ຮັບຄວາມຫວັງວ່າ ຈະຊ່ວຍຫລຸດຜ່ອນເວລາແກ້ໄຂລະບຽບການບໍລິຫານໃນການເຄື່ອນໄຫວນຳເຂົ້າອາຫານເຂົ້າເມືອງມາເລເຊຍ ຜ່ານການສ້າງຕັ້ງບັນດາໂຮງງານຊຶ່ງໄດ້ຮັບຫນັງສືຢັ້ງຢືນ Halal ຢູ່ ຫວຽດນາມ ເພື່ອຈຳຫນ່າຍບັນດາຜະລິດຕະພັນພາຍໃນ.

ຢູ່ເຫດການ, PVATM ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ກ່ຽວກັບການຮ່ວມມືເສດຖະກິດຂອງນັກຮົບເກົ່າກັບຫວຽດນາມ, ອິນໂດເນເຊຍ, ບຮູໄນ, ໄທ ແລະກຳປູເຈຍ. ຕາມທ່ານ Shaharuddin ແລ້ວ, ບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນເພື່ອແນໃສ່ປະກອບສ່ວນເປີດກວ້າງຕະຫຼາດສົ່ງອອກໃຫ້ແກ່ສິນຄ້າຂອງທ້ອງຖິ່ນ.

ແຫຼ່ງຄັດຈາກ: vovworld.vn