leftcenterrightdel
ບັນດາລັດຖະມົນຕີ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ+3. ພາບ: baoquocte.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ສະໜິດຕິດພັນຢ່າງແໜ້ນແຟ້ນກັບວິໄສທັດປະຊາຄົມອາຊຽນ 2045. ໃນສະພາບການສາກົນ ແລະພາກພື້ນມີການຜັນປ່ຽນຫຼາຍຢ່າງ, ທ່ານ ບຸ່ຍແທັງເຊີນ ສະເໜີບັນດາປະເທດຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງໂຄງປະກອບພາກພື້ນທີ່ກວມລວມ, ໂປ່ງໃສ, ອີງໃສ່ກົດໝາຍສາກົນກັບອາຊຽນເປັນໃຈກາງ, ເພີ່ມທະວີການຮ່ວມມືຮັບມືກັບສິ່ງທ້າທາຍແບບໃໝ່, ຄື: ຄວາມປອດໄພດ້ານໄຊເບີ, ຄວາມໝັ້ນຄົງດ້ານພະລັງງານ ແລະຄວາມໝັ້ນຄົງດ້ານສະບຽງອາຫານ. ຫວຽດນາມ ຢືນຢັນຫຼັກໝັ້ນຂອງອາຊຽນ ໃນບັນຫາສາກົນ, ພາກພື້ນ, ຄື: ທະເລຕາເວັນອອກ ແລະແຫຼມເກົາຫຼີ, ສະເໜີບັນດາຄູ່ຮ່ວມມືສະໜັບສະໜູນຄວາມມານະພະຍາຍາມສ້າງທະເລຕາເວັນອອກເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.

leftcenterrightdel
ບັນດາລັດຖະມົນຕີ ເຂົ້າຮ່ວມກອງປະຊຸມອາຊຽນ-ຍີ່ປຸ່ນ. ພາບ: baoquocte.vn

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ບຸ່ຍແທັງເຊີນ ສະເໜີຍູ້ແຮງການເຊື່ອມຕໍ່ລະບົບຕອບສະໜອງ, ການພັດທະນາເສດຖະກິດດີຈີຕອນ, ການຫັນເປັນສີຂຽວ, ການຄ້າແບບຍືນຍົງ ແລະໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງ. ທ່ານ ບຸ່ຍແທັງເຊີນ ສະເໜີບັນດາຄູ່ຮ່ວມມືພ້ອມກັບອາຊຽນ ຍົກລະດັບບັນດາສັນຍາການຄ້າເສລີໂດຍໄວ, ໃນນັ້ນມີສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ-ຍີ່ປຸ່ນ, ສັນຍາການຄ້າເສລີ ອາຊຽນ-ສ.ເກົາຫຼີ, ຍູ້ແຮງການໜູນຊ່ວຍຜັນຂະຫຍາຍຂໍ້ລິເລີ່ມໃໝ່, ຄື: ສັນຍາຂອບເສດຖະກິດດີຈີຕອນອາຊຽນ, ເຄືອຂ່າຍໄຟຟ້າອາຊຽນ. ຫວຽດນາມ ກໍ່ສະເໜີໃຫ້ບຸລິມະສິດການຮ່ວມມືດ້ານພະລັງງານ, ພິຈາລະນາຄວາມສາມາດສ້າງຕັ້ງຂໍ້ຕົກລົງພະລັງງານຢູ່ພາກພື້ນ, ມຸ່ງໄປເຖິງການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແບບຍືນຍົງ ແລະການຫັນປ່ຽນພະລັງງານຍຸດຕິທຳ.

ໂດຍ: ເຈິ່ນຮວ່ຽນ