ກ່າວຄຳເຫັນນະທີ່ນີ້, ທ່ານ Souriya Cheungrungreungkit ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງຄົມມະນາຄົມໄທ ເນັ້ນໜັກວ່າ: ເມື່ອຂົວດັ່ງກ່າວໄດ້ນຳເຂົ້າໃຊ້ງານຢ່າງເປັນທາງການ ໃນເດືອນທັນວາຈະມາເຖິງບໍ່ພຽງແຕ່ຈະຊ່ວຍເພີ່ມມູນຄ່າການຄ້າລະຫວ່າງໄທ - ລາວ ເທົ່ານັ້ນ, ຫາກຍັງຊ່ວຍເຊື່ອມຕໍ່ກັບສາຍໂລຈິດສະຕິກຍຸດທະສາດ ຮອດທ່າກຳປັ່ນຫວູງອ໊າງຂອງຫວຽດນາມ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມທາງບົກລະຫວ່າງໄທ - ລາວ ຜ່ານ ຫວຽດນາມ ໄປຮອດຈີນ.

ຍ້ອນເຫດນັ້ນ, ການກໍ່ສ້າງສຳເລັດຂົວແຫ່ງນີ້ ໄດ້ຮັບຖືວ່າເປັນບາດກ້າວທີ່ສຳຄັນ ເພື່ອຊ່ວຍພັດທະນາເສດຖະກິດ-ສັງຄົມ ແລະຄວາມໝັ້ນຄົງຂອງ 3 ປະເທດ ໄທ-ລາວ-ຫວຽດນາມ  ແລະທ່ົວພາກພື້ນອີກດ້ວຍ.

leftcenterrightdel
ນາຍົກລັດຖະມົນຕີຂອງລາວ ແລະໄທ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງສອງປະເທດ ປະຕີບັດພິທີກໍາຖອກເບຕົງໃສ່ຂົວ. ພາບ: ສໍານັກຂ່າວສານຫວຽດນາມ

ຜູ້ຕາງໜ້າລັດຖະບານລາວ, ທ່ານ ງາມປະສົງ ເມືອງມະນີ  ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງລາວ  ກໍ່ເນັ້ນໜັກວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍອັນໃຫຍ່ຫຼວງໃນການຊຸກຍູ້ການຮ່ວມມືພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ພິເສດແມ່ນການກໍ່ສ້າງເສັ້ນທາງ, ຂົວຂ້າມແມ່ນ້ຳຂອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ໄປຜ່ານລາວ, ເຊື່ອມຕໍ່ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພິເສດແມ່ນຫວຽດນາມ ແລະອະນຸພາກພື້ນແມ່ນ້ຳຂອງ.

ໂຄງການດັ່ງກ່າວບໍ່ພຽງແຕ່ອຳນວຍຄວາມສະດວກໃຫ້ການເຊື່ອມໂຍງເຂົ້າກັບພາກພື້ນ ແລະການເຊື່ອມຕໍ່ຄົມມະນາຄົມຂົນສົ່ງໃນພາກພື້ນເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທັງລາວ ແລະ ໄທ. ພ້ອມທັງ, ສະແດງໃຫ້ເຫັນເຖິງການສະໜັບສະໜູນຕໍ່ກັບນະໂຍບາຍຂອງລັດຖະບານລາວ ໃນການຫັນປ່ຽນຈາກປະເທດທີ່ບໍ່ຕິດຈອດກັບທະເລໃຫ້ກາຍເປັນສູນເຊື່ອມໂຍງ ແລະ ເຊື່ອມຕໍ່ກັບພາກພື້ນ.

leftcenterrightdel
ຂົວມິດຕະພາບ ລາວ-ໄທ ເລກ 5 ມີລວງຍາວ 1,350 ແມັດ ຖືກອອກແບບດ້ວຍໂຄງສ້າງສາຍເຄເບີ້ນທີ່ທັນສະໄໝ, ເຊື່ອມຕໍ່ແຂວງບຶງການ ຂອງໄທ ກັບແຂວງບໍລິຄໍາໄຊ ຂອງລາວ ກ່າຍຂ້າມແມ່ນໍ້າຂອງ. ພາບ: ສໍານັກຂ່າວສານຫວຽດນາມ

ໂຄງການດັ່ງກ່າວໄດ້ຮັບຄວາມຫວັງວ່າ ຈະເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວບໍ່ພຽງແຕ່ໃຫ້ສອງແຂວງຊາຍແດນແມ່ນແຂວງບໍລິຄຳໄຊ ຂອງລາວ ແລະແຂວງບຶງການ ຂອງໄທ ເທົ່ານັ້ນ, ຫາກຍັງໃຫ້ແກ່ທົ່ວອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS), ຄື: ຫວຽດນາມ, ກຳປູເຈຍ, ມຽນມາ, ແຂວງຢຸນນານ ແລະແຂວງກວາງຊີ ຂອງຈີນ.

ໂດຍ: ທູຈາງ