leftcenterrightdel
ທ່ານປະທານສະພາສູງ ກຳປູເຈຍ Hun Sen. ພາບ: face book Hun sen

ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ກຳປູເຈຍ-ໄທ ພາຍຫຼັງການປະທະກັນຢູ່ເຂດຊາຍແດນຍັງບໍ່ທັນມີສັນຍານຫລຸດລົງ. ຕອນຄ່ຳວັນທີ 20 ມິຖຸນາ, ທ່ານປະທານສະພາສູງ/ປະທານພັກ ປຊຊ ກຳປູເຈຍ ກຳອຳນາດ Hun Sen ໄດ້ກ່າວເຕືອນຄວາມອາດສາມາດນຳໃຊ້ຫຼາຍມາດຕະການໂຕ້ຕອບທີ່ແຂງກະດ້າງທີ່ມີຕໍ່ ໄທ, ລວມມີການຢຸດຕິການນຳເຂົ້ານ້ຳມັນຈາກປະເທດບ້ານໃກ້ເຮືອນຄຽງ.

ຄຳຖະແຫຼງນີ້ໄດ້ເອົາລົງບັນດາບັນຊີເຄືອຄ່າຍອິນເຕີແນັດສ່ວນຕົວໃນຕອນຄ່ຳວັນທີ 20 ມິຖຸນາ, ທ່ານປະທານສະພາສູງ ໄດ້ຕຳນິ້ນິຕຽນຂໍ້ສະເໜີຂອງກຸ່ມຝ່າຍຄ້ານ ໄທ ຮຽກຮ້ອງລັດຖະບານຢຸດຕິການສົ່ງອອກນ້ຳມັນໄປ ກຳປູເຈຍ. ທ່ານຖືວ່າ ການກະທຳນີ້ຈະເຮັດໃຫ້ເສຍຫາຍດ້ານເສດຖະກິດທີ່ໃຫຍ່ຫຼວງໃຫ້ແກ່ ໄທ, ໂດຍສະເພາະແມ່ນກຸ່ມບໍລິສັດພະລັງງານແຫ່ງລັດ PTT.

ແຫຼ່ງຄັດຈາກ: vovworld.vn