ເພື່ອເປັນການກະຕຸ້ນການສົ່ງອອກສິນຄ້າກະສິກໍາ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງລາວ ​​ໃນໄລຍະ​ຜ່ານ​ມາ, ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດ ໃນການຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫຼັກການ “ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ”, ບໍ່ວ່າປະລິມານຈະໜ້ອຍ ຫຼື ຫຼາຍພຽງແຕ່ຜູ້ປະກອບການຮຽກຮ້ອງຕ້ອງການ, ທາງລົດໄຟ ລາວ-ຈີນ ແມ່ນສະໜັບສະໜູນຢ່າງເຕັມທີ່. ພ້ອມກັນນີ້, ຍັງໄດ້ປັບປຸງການຈັດຕັ້ງ ແລະ ເພີ່ມຈຳນວນຖ້ຽວລົດໄຟ ສຳລັບຂົນສົ່ງສິນຄ້າກະສິກຳ, ສົມທົບເຈົ້າໜ້າທີ່ດ່ານ ລາວ-ຈີນ ສ້າງກົນໄກປະສານງານ ເພື່ອຫຼຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ, ຮັບປະກັນໃຫ້ສິນຄ້າກະສິກຳຂອງລາວ ສາມາດສົ່ງອອກໄດ້ວ່ອງໄວ ແລະ ທັນເວລາ.

leftcenterrightdel
ພາບປະກອບ: kpl.gov.la

ທາງລົດໄຟ ລາວ-ຈີນ ໄດ້ກາຍເປັນເສັ້ນທາງຫຼັກທີ່ມີປະສິດທິພາບສູງ ໃນການສົ່ງອອກສິນຄ້າກະສິກໍາໄປຍັງ ສປ ຈີນ ຂອງ ສປປ ລາວ ແລະ ພາກພື້ນ ດ້ວຍທ່າແຮງທີ່ເປັນຊ່ອງທາງທີ່ປອດໄພ, ຄ່າຂົນສົ່ງຕໍ່າ, ໃຊ້ເວລາຂົນສົ່ງສັ້ນ ແລະສະດວກສະບາຍ, ສາມາດຕອບສະໜອງຄວາມຕ້ອງການ ສົ່ງອອກຂອງຜູ້ປະກອບການ, ຊ່ວຍຊຸກຍູ້ການສົ່ງອອກສິນຄ້າກະສິກຳຂອງ ສປປ ລາວ. ສະເພາະປີ 2025 ມາຮອດວັນທີ 14 ພຶດສະພາ, ທາງລົດໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າກະສິກຳໄດ້ທັງໝົດ 172.410 ໂຕນ, ເພີ່ມຂຶ້ນ 40,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ປີ 2024 ທີ່ຜ່ານມາປະລິມານສິນຄ້າກະສິກໍາປະເພດໝາກໄມ້, ມັນຕົ້ນ, ຢາງພາລາ, ເຂົ້າ ແລະສິນຄ້າກະສິກຳອື່ນໆຂອງລາວ ທີ່ຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ເຂົ້າສູ່ຕະຫຼາດໃນເມືອງໃຫຍ່ຂອງຈີນ ເຊັ່ນ: ເມືອງຄຸນໝິງ, ເມືອງສົງຊິ້ງ, ເມືອງກວາງໂຈ ແລະ ເມືອງອື່ນໆ ເພີ່ມຂຶ້ນ 79% ເມື່ອທຽບໃສ່ປີ 2023, ເປັນການຊ່ວຍເປີດທາງ ແລະ ເປີດຕະຫຼາດສາກົນ ໃຫ້ຜະລິດຕະພັນກະສິກໍາຂອງລາວ ໄດ້ອີກບາດກ້າວໝຶ່ງ.

ແຫຼ່ງຄັດຈາກ: kpl.gov.la