leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມເພື່ອແນໃສ່ແບ່ງປັນຂໍ້ມູນໃນການວິເຄາະສະພາບການພາກພື້ນກ່ຽວກັບການອຸປະຖໍາ ແລະອຸປະກາລະສັງຄົມ ເພື່ອຮັບມືກັບຊ໊ອກຄວາມສ່ຽງໄພພິບັດຢູ່ອາຊຽນ; ປຶກສາຫາລືກ່ຽວກັບວິທີປະຕິບັດຂໍ້ສະເໜີແນະດ້ານນະໂຍບາຍເພື່ອເພີ່ມທະວີກົນໄກທາງດ້ານການເງິນ ເພື່ອສ້າງຄວາມສາມາດໃນການຮັບມື ແລະປັບຕົວກັບໄພພິບັດຢູ່ອາຊີຕາເວັນອອກສ່ຽງໃຕ້.

ກອງປະຊຸມໄດ້ສະຫຼຸບວ່າ ຄວາມຕ້ອງການດ້ານການເງິນ ເພື່ອຮັບມືກັບໄພທຳມະຊາດ-ໄພພິບັດຂະໜາດໃຫຍ່ ແລະຂະໜາດນ້ອຍ ແລະຊ໊ອກເກີດຂຶ້ນເລື້ອຍໆແມ່ນສິ່ງທ້າທາຍຮີບດ່ວນທີ່ສຸດຢູ່ອາຊຽນ. ບັນດາຜູ້ແທນຍັງໄດ້ເນັ້ນໜັກເຖິງຄວາມຕ້ອງການໃນການສ້າງກົນໄກອຸປະຖໍາທຶນ ເພື່ອແກ້ໄຂຄວາມສ່ຽງໄພພິບັດ, ການຄຸ້ມຄອງການເງິນສາທາລະນະ ແລະອຸປະກາລະສັງຄົມ ເພື່ອຮັບມືກັບຊ໊ອກ, ພ້ອມທັງເຫັນດີນຳກັນວ່າ ບັນດາກອງປະຊຸມກ່ຽວກັບອຸປະກາລະສັງຄົມ, ການຄຸ້ມຄອງການເງິນສາທາລະນະ ແລະການວິເຄາະຄວາມສ່ຽງແມ່ນບຸລິມະສິດຂອງອາຊຽນ.

ໂດຍ: ທະນາພອນ