ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ ກ່າວໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ປີ 2021 – 2025 ໄດ້ກໍານົດ 6 ເປົ້າໝາຍໃຫຍ່ 25 ແຜນຈຸດສຸມ ແລະໂຄງການບຸລິມະສິດຈໍານວນໜຶ່ງ ໂດຍໄດ້ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 4% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ ( GDP ) ຕໍ່ຫົວຄົນ 2.880 ໂດລາສະຫະລັດ, ລາຍໄດ້ແຫ່ງຊາດຕໍ່ຫົວຄົນ ( GNI ) ໃຫ້ໄດ້ 2.280 ໂດລາສະຫະລັດ.

ໃນປີ 2025 ນີ້ຂະແໜງກະສິກໍາຂະຫຍາຍຕົວໃນລະດັບ 2,5%, ຂະແໜງອຸດສາຫະກຳຂະຫຍາຍຕົວໃນລະດັບ 4,1%, ຂະແໜງການບໍລິການຂະຫຍາຍຕົວ 6%, ພາສີ – ອາກອນຂະຫຍາຍຕົວ 5,8%. ຮອດປີ 2025 ໂຄງປະກອບເສດຖະກິດຂະແໜງກະສິກໍາກວມເອົາ 15,3% ຂະແໜງອຸດສາຫະກຳກວມເອົາ 32,3%, ຂະແໜງບໍລິການ ກວມເອົາ 40,7% ແລະ ພາສີອາກອນ ກວມເອົາ 11,7% ຂອງລວມຍອດຜະລິດຕະພັນພາຍໃນ ( GDP ).

leftcenterrightdel
ລັດຖະບານລາວ ຕັ້ງເປົ້າໝາຍພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 4% ຂຶ້ນໄປ. ພາບ: laoedaily.com.la

ດ້ານການເງິນກໍານົດເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນໃນ 5 ປີຕໍ່ໜ້າເປັນວາລະແຫ່ງຊາດ, ສູ້ຊົນເກັບລາຍຮັບຈາກພື້ນຖານລາຍຮັບທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ, ອັດຊ່ອງຫວ່າງການຮົ່ວໄຫຼ ແລະກໍານົດນະໂຍບາຍໃໝ່ ເພື່ອສ້າງຖານລາຍຮັບໃໝ່ຕາມທິດຍືນຍົງ ເພື່ອເພີ່ມລາຍຮັບໃໝ່ ສະເລ່ຍ 10 – 13%ຕໍ່ປີ, ປັບໂຄງສ້າງລາຍຈ່າຍງົບປະມານແຫ່ງລັດ ໂດຍກໍານົດເພດານລາຍຈ່າຍແຕ່ລະປະເພດ ເຊັ່ນ: ລາຍຈ່າຍປົກກະຕິບໍ່ໃຫ້ເກີນ 84% ຂອງລາຍຮັບພາຍໃນ, ໃນນັ້ນລາຍຈ່າຍເງິນເດືອນ ແລະເງິນນະໂຍບາຍໃຫ້ມີທ່າອ່ຽງຫຼຸດລົງ ຈາກ 52% ໃນປີ 2021 ມາຢູ່ໃນລະດັບ 40% ໃນປີ 2025 (ສະເລ່ຍ 5 ປີ ບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ); ລາຍຈ່າຍບໍລິຫານຊື້ໃໝ່ ແລະດັດສົມສົ່ງເສີມບໍ່ໃຫ້ເກີນ 14% ຂອງລາຍຮັບພາຍໃນ, ພ້ອມທັງນະໂຍບາຍປະຢັດ, ຮັດສາຍແອວ ໂດຍຫຼຸດລາຍຈ່າຍທີ່ບໍ່ຈໍາເປັນລົງ.

ສູ້ຊົນເກັບລາຍຮັບງົບປະມານທັງໝົດປະມານ 169.000 ຕື້ກີບ ຫຼືເທົ່າກັບ 16,0% ຂອງ GDP, ທຽບໃສ່ແຜນ 5 ປີຜ່ານມາ ເພີ່ມຂຶ້ນ 40%. ໃນນັ້ນ, ລາຍຮັບພາຍໃນໃຫ້ໄດ້ປະມານ 156.253 ຕື້ກີບ ຫຼື ເທົ່າກັບ 14,8% ຂອງ GDP, ລາຍຈ່າຍທັງໝົດບໍ່ເກີນ 190.000 ຕື້ກີບ ຫຼື ເທົ່າກັບ 18,0% ຂອງ GDP ທຽບໃສ່ປະຕິບັດ 5 ປີຜ່ານມາ ເພີ່ມຂຶ້ນ 22%; ຂາດດຸນງົບປະມານ ທັງໝົດ 21.000 ຕື້ກີບ ຫຼື ເທົ່າກັບ 2% ຂອງ GDP.

ເງິນຕາຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດມີຄວາມໝັ້ນທ່ຽງອັດຕາເງິນເຟີ້ຢູ່ໃນລະດັບສະເລ່ຍບໍ່ເກີນ 6%, ອັດຕາແລກປ່ຽນມີຄວາມສະຫງົບຢູ່ໃນຂອບ +5% ຕໍ່ປີ ທຽບໃສ່ເງິນໂດລາ, ສູ້ຊົນໃຫ້ຄັງເງິນສໍາຮອງກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 3 ເດືອນ ແລະຄວາມຄຸ້ມປະລິມານເງິນ M2 ຂະຫຍາຍຕົວສະເລ່ຍ 20% ຕໍ່ປີ.

ສູ້ຊົນລະດົມເງິນທັງໝົດໃຫ້ໄດ້ປະມານ 204.599 ຕື້ກີບ ເທົ່າກັບ 19,4% ຂອງ GDP; ໃນນີ້ການລົງທຶນຈາກງົບປະມານພາຍໃນ 22.950 ຕື້ກີບ ເທົ່າກັບ 11% ຂອງການລົງທຶນທັງໝົດ, ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ ( FDI ) 100.000 ຕື້ກີບ ເທົ່າກັບປະມານ 49% ຂອງການລົງທຶນທັງໝົດ ແລະການລົງທຶນອື່ນໆ 44.305 ຕື້ກີບເທົ່າກັບ 22% ຂອງການລົງທຶນທັງໝົດ.

ອັດຕາຄວາມທຸກຍາກໃຫ້ຫຼຸດລົງເຫຼືອ 13,9% ຂອງປະຊາກອນທັງໝົດ, ອັດຕາຄອບຄົວທຸກຍາກໃຫ້ຫຼຸດລົງເຫຼືອ 9,5% ຂອງຄອບຄົວທັງໝົດ. ສູ້ຊົນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ຫຼາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດໃນປີ 2025.

ໂດຍ: ເສດຖະກິດການຄ້າ