ຄຳສັ່ງຢຸດຍິງໃນໂອກາດງານບຸນອິດສະເຕີ ຢູ່ຢູແກຼນ ມີຜົນສັກສິດຢ່າງເປັນທາງການ
ວັນທີ 11 ເມສາ, ຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 32 ຊົ່ວໂມງ ເນື່ອງໃນໂອກາດງານບຸນອິດສະເຕີ ໂດຍທ່ານ Vladimir Putin, ປະທານາທິບໍດີລັດເຊຍ ປະກາດໃຊ້ໄດ້ມີຜົນສັກສິດຢ່າງເປັນທາງການຢູ່ເຂດເກີດການປະທະກັນກັບ ຢູແກຼນ ແລະແກ່ຍາວຮອດວັນທີ 12 ເມສາ.
ຕາມວັງ Kremlin, ໃນໂອກາດງານບຸນນີ້, ບັນດາກຳລັງລັດເຊຍ ໄດ້ຮຽກຮ້ອງໃຫ້ຢຸດຕິບັນດາການຕໍ່ສູ້ຢູ່ທຸກທິດ, ແຕ່ຍັງຮັກສາສະພາບກຽມພ້ອມສູ້ຮົບ. ວົງການເຈົ້າໜ້າທີ່ລັດເຊຍ ຕີລາຄາວ່າ ຂໍ້ຕົກລົງດັ່ງກ່າວແມ່ນບາດກ້າວມະນຸດສະທຳ, ສ້າງເງື່ອນໄຂ ເພື່ອໃຫ້ປະຊາຊົນ ແລະບັນດາຜູ້ເຊື່ອຖື ສາມາດເຂົ້າຮ່ວມງານບຸນໃນເງື່ອນໄຂທີ່ປອດໄພກວ່າ.
ສ່ວນຝ່າຍຢູແກຼນ, ທ່ານ Volodymyr Zelensky, ປະທານາທິບໍດີຢູແກຼນ ຖະແຫຼງວ່າ ປະເທດນີ້ຈະເຄົາລົບຄຳສັ່ງຢຸດຍິງ, ແຕ່ກໍ່ກ່າວເຕືອນວ່າ ຈະ “ໂຕ້ຕອບຢ່າງສົມເຫດສົມຜົນ” ຖ້າບັນດາການບຸກໂຈມຕີສືບຕໍ່ເກີດຂຶ້ນ.
ແຫຼ່ງຄັັດຈາກ: vovworld.vn