ມອບຂອງຂວັນຈໍານວນ 300 ພູດໃຫ້ປະຊາຊົນຊາຍແດນປະເທດເພື່ອນລາວ
ກປ.ອອນໄລ - ນີ້ແມ່ນກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດ, ສະໜິດຕິດພັນລະຫວ່າງການປົກຄອງ, ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນສອງຟາກຊາຍແດນ ຫວຽດນາມ-ລາວ.
    |
 |
|
ພັນເອກພິເສດ ດັ້ງຫງອກຮ້ຽວ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນນະຄອນເຫວ້ ມອບຂອງຂວັນໃຫ້ບັນດາຄອບຄົວບ້ານເຊຊາບ (ເມືອງກະລືມ, ແຂວງເຊກອງ). ພາບ: ຫວໍຕ໊ຽນ. |
ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນລາວ ບັນດາເຜົ່າ, ໃນວັນທີ 9 ແລະ 10 ເມສາ, ກອງບັນຊາການທະຫານຊາຍແດນ ນະຄອນ ເຫວ້ ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ເຫວ້ ຈັດຕັ້ງຄະນະປະຕິບັດງານ ໄປຢ້ຽມຢາມ, ອວຍພອນບຸນ ປີໃໝ່ ແລະມອບຂອງຂວັນຈໍານວນ 300 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ) ໃຫ້ປະຊາຊົນບັນດາບ້ານຊາຍແດນ ຂຶ້ນກັບສອງແຂວງເຊ ກອງ, ສາລະວັນ (ສປປ ລາວ) ແລະບັນດາກົມກອງກໍາລັງປ້ອງກັນຊາຍແດນ ປະເທດລາວ, ລວມມີ: ປ້ອມຕໍາຫຼວດ ຕາວ່າງ, ກອງຮ້ອຍປ້ອງກັນຊາຍແດນ 531 (ເມືອງກະລືມ, ແຂວງເຊກອງ) ແລະປ້ອມຕໍາຫຼວດໂກຕາຍ, ກອງຮ້ອຍປ້ອງກັນຊາຍແດນ 514 (ເມືອງສະໝ້ວຍ, ແຂວງສາລະວັນ).
ນີ້ແມ່ນກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດ, ສະໜິດຕິດພັນລະຫວ່າງການປົກຄອງ, ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນສອງຟາກ ຊາຍແດນ ຫວຽດນາມ-ລາວ.
ໂດຍ: ໄຊຊະນະ