ອິດສະຣາແອັນ ຊຸກຍູ້ການໃຫ້ສັດຕະຍາບັນເຂດຕັ້ງຖິ່ນຖານໃໝ່ 34 ແຫ່ງ ຢູ່ຝັ່ງຕາເວັນຕົກ
ວັນທີ 9 ເມສາ, ຄະນະລັດຖະບານ ອິດສະຣາແອັນ ໄດ້ຊຸກຍູ້ການໃຫ້ສັດຕະຍາບັນຕັ້ງຖິ່ນຖານໃໝ່ 34 ແຫ່ງ ຢູ່ຝັ່ງຕາເວັນຕົກແມ່ນໍ້າຈໍແດນໃນສະພາບການປະເທດນີ້ພວມຜັນຂະຫຍາຍຫຼາຍການເຄື່ອນໄຫວທາງທະຫານໃນຫຼາຍສະໜາມຮົບ.
ຕາມບັນດາແຫຼ່ງຂ່າວແລ້ວ, ບັນດາເຂດຕັ້ງຖິ່ນຖານໃໝ່ຈະໄດ້ຈັດແບ່ງຢູ່ຫຼາຍເຂດທີ່ແຕກຕ່າງກັນໃນຝັ່ງຕາເວັນຕົກ, ໃນນັ້ນມີທັງບັນດາເຂດທີ່ເຄີຍປະຕິບັດແຜນການ “ຖອຍຫຼັງ” ເມື່ອປີ 2005. ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການບັນຫາເຂດຕັ້ງຖິ່ນຖານ ແລະລະບຽບການຂອງຝັ່ງຕາເວັນຕົກ ສືບຕໍ່ແມ່ນເນື້ອໃນກໍ່ຄວາມໂຕ້ຖຽງກັນໃນວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.
ໃນຊຸມປີມໍ່ໆມານີ້, ກຳລັງການເມືອງຈໍານວນໜຶ່ງຢູ່ ອິດສະຣາແອັນ ໄດ້ຊຸກຍູ້ບັນດາແຜນການເປີດກວ້າງອະທິປະໄຕ ຫຼື “ນຳໃຊ້ກົດໝາຍອິດສະຣາແອັນ” ສຳລັບສ່ວນໜຶ່ງເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດນ ເປັນເທື່ອລະກ້າວ, ພິເສດແມ່ນຢູ່ບັນດາເຂດທີ່ມີຊາວຢິວ ດຳລົງຊີວິດເປັນຈຳນວນຫຼາຍ. ເຖິງຢ່າງໃດກໍຕາມ, ບັນດາຂໍ້ສະເໜີນີ້ພວມປະເຊີນໜ້າກັບຫຼາຍຄຳເຫັນທີ່ແຕກຕ່າງກັນໃນຄະນະລັດຖະບານອິດສະຣາແອັນ ກໍຄືຄວາມວິຕົກກັງວົນຂອງປະຊາຄົມສາກົນ.
ວົງການນັກສັງເກດການຖືວ່າ ເລື່ອງເປີດກວ້າງບັນດາເຂດຕັ້ງຖິ່ນຖານນັ້ນອາດຈະສົ່ງຜົນກະທົບຕໍ່ສະພາບການປັດຈຸບັນ ແລະວິວັດທະນາການເຈລະຈາໃນອະນາຄົດໃນສະພາບການອິດສະຣາແອັນ ຕ້ອງສືບຕໍ່ຕ້ອງພິຈາລະນາລະຫວ່າງບັນດາຄຳຮຽກຮ້ອງທາງດ້ານຄວາມໝັ້ນຄົງ, ການເມືອງ ແລະການພົວພັນຕ່າງປະເທດຢູ່ພາກພື້ນທີ່ມີການຜັນແປຫຼາຍຢ່າງ.
ແຫຼ່ງຄັດຈາກ: vovworld.vn